ນາຍົກລັດຖະມົນຕີ ຟ້າມມິງຈິງ: ປ່ຽນແປງໃໝ່ວິທີການເຮັດວຽກ, ລະດົມແຫຼ່ງກຳລັງວັງລວມ, ຕັດສິນໃຈປະຕິບັດສຳເລັດໂຄງການສາຍສົ່ງໄຟຟ້າ 500 kV ຕາຂ່າຍ 3 ໃນເດືອນມິຖຸນາປີ 2024

(VOVWORLD) -ພາຍຫຼັງລົງກວດກາໂຄງການສາຍສົ່ງໄຟຟ້າ 500 KV ໂດຍກົງໃນຕອນເຊົ້າວັນທີ 27 ມັງກອນນີ້, ຢູ່ນະຄອນແທງຮ໋ວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄກ ເພື່ອຊຸກຍູ້ຄວາມຄືບໜ້າຂອງການຜັນຂະຫຍາຍປະຕິບັດໂຄງການສາຍສົ່ງໄຟຟ້າ 500 KV ຕາຂ່າຍ 3 ຈາກເມືອງກວາງແຈກ ແຂວງກວາງບິ່ງຫາເມືອງໂຟໂນ້ຍ ແຂວງຮຶງອຽນ.
ນາຍົກລັດຖະມົນຕີ ຟ້າມມິງຈິງ: ປ່ຽນແປງໃໝ່ວິທີການເຮັດວຽກ, ລະດົມແຫຼ່ງກຳລັງວັງລວມ, ຕັດສິນໃຈປະຕິບັດສຳເລັດໂຄງການສາຍສົ່ງໄຟຟ້າ 500 kV ຕາຂ່າຍ 3 ໃນເດືອນມິຖຸນາປີ 2024 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງກ່າວຄຳເຫັນທີ່ກອງປະຊຸມ

      ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບ 9 ແຂວງທີ່ດຳເນີນໂຄງການ (ຮຶງອຽນ, ຫາຍເຢືອງ, ໄທບິ່ງ, ນາມດິງ, ນິງບິ່ງ, ແທງຮ໋ວາ, ເງ້ອານ, ຮ່າຕິ້ງ, ກວາງບິ່ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ໂຄງການສາຍສົ່ງໄຟຟ້າ 500 kV ແມ່ນໂຄງການຈຸດສຸມ ແລະ ຮີບດ່ວນ, ມີບົດບາດສຳຄັນຕໍ່ຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ພິເສດແມ່ນພາກເໜືອ.

ກ່ອນໜ້ານັ້ນ, ຕອນເຊົ້າວັນນີ້, ທ່ານນາຍົກລັດຖະມົນຕີ ພ້ອມກັບຄະນະໄດ້ໄປຖວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ເຂດວັດທະນະທຳລະນຶກປະທານ ໂຮ່ຈີມິນ ທີ່ນະຄອນ ແທງຮ໋ວາ.

ນາຍົກລັດຖະມົນຕີ ຟ້າມມິງຈິງ: ປ່ຽນແປງໃໝ່ວິທີການເຮັດວຽກ, ລະດົມແຫຼ່ງກຳລັງວັງລວມ, ຕັດສິນໃຈປະຕິບັດສຳເລັດໂຄງການສາຍສົ່ງໄຟຟ້າ 500 kV ຕາຂ່າຍ 3 ໃນເດືອນມິຖຸນາປີ 2024 - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ

 ຕອນບ່າຍວັນທີ 28 ມັງກອນນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ຄົນງານຢູ່ເຂດອຸດສາຫະກຳ ຮ່ວາງລອງ, ນະຄອນ ແທງຮ່ວາ

ຕອບກັບ

ຂ່າວ/ບົດ​ອື່ນ