ນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມສະພາປະສານງານເຂດທົ່ງພຽງແມ່ນ້ຳແດງ

(VOVWORLD) - ການບໍລິການທີ່ທັນສະໄໝ ແລະ ກະສິກຳທີ່ມີປະສິດທິຜົນສູງ, ອົງຄະທາດໝູນວຽນບົນພື້ນຖານການນຳໃຊ້ວິທະຍາສາດເຕັກໂນໂລຊີຢ່າງແຮງ, ຫັນປ່ຽນດີຈີຕອນ
ນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມສະພາປະສານງານເຂດທົ່ງພຽງແມ່ນ້ຳແດງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມສະພາປະສານງານເຂດທົ່ງພຽງແມ່ນ້ຳແດງຄັ້ງທີ 1
(ພາບ:VOV)

ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານສະພາປະສານງານເຂດທົ່ງພຽງແມ່ນ້ຳແດງ ເປັນປະທານກອງປະຊຸມສະພາປະສານງານເຂດທົ່ງພຽງແມ່ນ້ຳແດງຄັ້ງທີ 1. ທີ່ກອງປະຊຸມຄັ້ງນີ້, ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ປຶກສາຫາລື ແລະ ສ້າງແຜນຜັງເຂດທົ່ງພຽງແມ່ນ້ຳແດງ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ດ້ວຍຈິນຕະນາການຍຸດທະສາດ, ວິໄສທັດຍາວນານ, ຮັບປະກັນລັກສະນະຮ່ວມສຳພັນ, ຄົບຊຸດ, ເປັນເອກະພາບ, ມີປະສິດທິຜົນ ແລະ ຍືນຍົງດ້ວຍຈຸດສຸມແມ່ນຍູ້ແຮງການພັດທະນາອຸດສາຫະກຳ, ການບໍລິການທີ່ທັນສະໄໝ ແລະ ກະສິກຳທີ່ມີປະສິດທິຜົນສູງ, ອົງຄະທາດໝູນວຽນບົນພື້ນຖານການນຳໃຊ້ວິທະຍາສາດເຕັກໂນໂລຊີຢ່າງແຮງ, ຫັນປ່ຽນດີຈີຕອນ, ພັດທະນາ ແລະ ໝູນໃຊ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

        ກ່ຽວກັບການກຳນົດທິດແຜນຜັງພັດທະນາເຂດທົ່ງພຽງແມ່ນ້ຳແດງຮອດປີ 2030, ວິໄສທັດຮອດປີ 2050, ຕາມບັນດາຜູ້ແທນແລ້ວ, ການພັດທະນາເຂດແມ່ນ້ຳແດງ ລວມມີ 3 ໝວດກຳນົດທິດໃຫຍ່: ທີໜຶ່ງແມ່ນການຈັດຕັ້ງພັດທະນາເຂດຕິດພັນກັບ 4 ແລວເສດຖະກິດ, ເຂດກຳລັງໜູນ…, ທີສອງແມ່ນການພັດທະນາ 8 ຂະແໜງການ. ທີສາມ ແມ່ນພັດທະນາໂຄງປະກອບພື້ນຖານໂຄງລ່າງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ