(vovworld) - ຕອນບ່າຍວັນທີ 13 ກັນຍາ, ທ່ານນາຍົກລັດຖະມົນຕີສ.ສິງກະໂປ ຫຼີຊຽນຫຼົງ ສິ້ນສຸດການຢ້ຽມຢາມຫວຽດນາມ ເປັນເວລາ 3 ວັນຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ. ກ່ອນທີ່ເດີນທາງກັບເມືອປະເທດ, ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ໄດ້ເຂົ້າຮ່ວມພິທີວາງສີລາລຶກໂຄງການເຂດອຸດສາຫະກຳ - ຕົວເມືອງ ແລະ ການບໍລິການ VSIP ກວາງຫງ້າຍ. ໂຄງການໂດຍບໍລິສັດຮ່ວມທຸລະກິດເຂດອຸດສາຫະກຳຫວຽດນາມ - ສິງກະໂປ (VSIP) ຈຳກັດ ເປັນເຈົ້າຂອງລົງທຶນ ຈະເປີດແງ່ຫວັງທີ່ໃຫຍ່ຫຼວງສຳລັບການດຶງດູດການລົງທຶນເຂົ້າເຂດເສດຖະກິດ ຢຸງກວດ, ແຂວງກວາງຫງ້າຍ.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 12 ກັນຍາ, ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຕີລາຄາສູງເລື່ອງ 2 ຝ່າຍສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງກະໂປ ກົງກັບໂອກາດ 2 ປະເທດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ; ຕີລາຄາສູງຫຼັກໝັ້ນຂອງສິງກະໂປ ກ່ຽວກັບບັນຫາທະເລຕາເວັນອອກ. ທ່ານປະທານປະເທດ ເຈືອງເຕີນຊາງ ເຊື່ອໝັ້ນວ່າ ບົນຈິດໃຈພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດທີ່ຫາກໍ່ໄດ້ຮັບການສ້າງຕັ້ງ, ການຮ່ວມມືໃນບັນດາຂົງເຂດການລົງທຶນ, ການຄ້າ, ສຶກສາ, ວັດທະນະທຳລະຫວ່າງຫວຽດນາມ ແລະ ສິງກະໂປ ຈະສືບຕໍ່ໄດ້ຮັບການພັດທະນາ.