ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍ້ອງຍໍ 700 ບຸກຄົນມີຄຸນງາມຄວາມດີຕໍ່ການປະຕິວັດທີ່ດີເດັ່ນ

(VOVWORLD) - ຕອນເຊົ້າວັນທີ 26 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຍ້ອງຍໍບັນດາຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດດີເດັ່ນທົ່ວປະເທດ ໂດຍກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມສົມທົບກັບກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ໜັງສືພິມເຍີນເຢີນ ຈັດຕັ້ງຂຶ້ນ. 
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍ້ອງຍໍ 700 ບຸກຄົນມີຄຸນງາມຄວາມດີຕໍ່ການປະຕິວັດທີ່ດີເດັ່ນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບໃບຍ້ອງຍໍໃຫ້ບັນດາບຸກຄົນດີເດັ່ນ

700 ຄົນມີຄຸນງາມຄວາມດີຕໍ່ການປະຕິວັດດີເດັ່ນເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນບັນດາແມ່ ຫວຽດນາມ ວິລະຊົນ ດີເດັ່ນ, ແມ່ນແບບຢ່າງໃນຂະບວນການຕອບບຸນແທນຄຸນ, ແມ່ນວິລະຊົນກຳລັງປະກອບອາວຸດ, ວິລະຊົນແຮງງານດີເດັ່ນ, ແມ່ນບັນດາຜູ້ທີ່ໃນຕະຫຼອດຊີວິດຂອງຕົນໄດ້ໄປຊອກຫາອັດຖິເພື່ອນຮ່ວມກົມກອງ ຫຼື ເຮັດວຽກງານເພື່ອບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຫຼາຍແບບຢ່າງດີເດັ່ນອື່ນໆອີກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:

        “ພວກເຮົາເຄົາລົບ ແລະ ນິຍົມນັບຖືບັນດາຄວາມມານະພະຍາຍາມບືນຕົວຂຶ້ນຂອງບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຍາດຕິພີ່ນ້ອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີ, ໄດ້ເສີມຂະຫຍາຍມູນເຊື້ອວິລະຊົນປະຕິວັດ, ຜ່ານຜ່າຄວາມເຈັບປວດ, ການສູນເສຍ, ຜ່ານຜ່າໂລກພະຍາດ, ສືບຕໍ່ອຸທິດສ່ວນກຳລັງແຮງ, ພູມປັນຍາ, ຄວາມສາມາດເພື່ອສ້າງຄອບຄົວ, ບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບດີງາມກ່ວາ.”

ຕອບກັບ

ຂ່າວ/ບົດ​ອື່ນ