ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ອຳນວຍການໃຫຍ່ WTO
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ
ທ່ານ Roberto Azevedo ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ
(baodientuchinhphu)
|
(vovworld)- ວັນທີ 15/4, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Roberto Azevedo ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ WTO ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນ ແລະ ປະຕິບັດບົດບາດເປັນສະມາຊິກ ອົງການການຄ້າໂລກຢ່າງເຂັ້ມງວດ ພ້ອມທັງຢືນຢັນແນວທາງ ແລະ ແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມແມ່ນເຊື່ອມໂຍງເຂົ້າກັບສາກົນຢ່າງກ້ວາງເລິກ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ຫວຽດນາມໄດ້ ແລະ ພວມເຈລະຈາ, ລົງນາມໃນສັນຍາການຄ້າເສລີ 2 ຝ່າຍ ແລະ ພາກພື້ນບາງສະບັບ. ຫວຽດນາມຍາມໃດກໍສະໜັບສະໜູນ ແລະ ເຊື່ອໝັ້ນຕໍ່ບົດບາດຂອງອົງການການຄ້າໂລກໃນການເຄື່ອນໄຫວການຄ້າສາກົນ ແລະ ຈະຕັ້ງໜ້າຊອກຮູ້ ແລະ ເຂົ້າຮ່ວມໃນບັນດາຂົງເຂດເຈລະຈາທີ່ແທດເໝາະກັບຄວາມສາມາດຂອງຕົນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ຫວຽດນາມສະໜັບສະໜູນການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາສ້າງເງື່ອນໄຂສະດວກໃຫ້ການຄ້າ ແລະ ສະພາແຫ່ງຊາດໄດ້ໃຫ້ສັດຕະຍາບັນສັນຍານີ້ແລ້ວ. ສ່ວນ ທ່ານ Roberto Azevedo ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ WTO ຢືນຢັນວ່າ ຍາມໃດກໍຖືຫວຽດນາມແມ່ນເພື່ອນໃຫຍ່ ແລະ ພ້ອມແລ້ວໃຫ້ການສະໜັບສະໜູນຫວຽດນາມໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຢ່າງມີປະສິດທິຜົນ.