ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ຖະ​ຫວາຍ​ທູບ​ທຽນ​ຢູ່ ອະ​ນຸ​ສາ​ວະ​ລີ ກວາງ​ຈ​ູງ - ຫງວຽນ​ເຫວ້

(VOVWORLD) -   ເນື່ອງໃນໂອກາດສະເຫຼີມສະຫຼອງ ໄຊຊະນະ ງອກໂຮ່ຍ - ດົ໊ງດາ (1789 – 2021), ຕອນຄ່ຳວັນທີ 15 ກຸມພາ (ເຊິ່ງກົງກັບວັນທີ 4 ບຸນເຕັດປີ ສະຫຼູ 2021), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປວາງພວງມາລາ ແລະ ຖະຫວາຍທູບທຽນ ຢູ່ອະນຸສາວະລີ ກວາງຈູງ - ຫງວຽນເຫວ້ ແລະ ວິຫານບູຊາ ເຈົ້າຊີວິດ ກວາງຈູງ ຢູ່ ເຂດປູຊະນີຍະສະຖານລະດັບຊາດພິເສດ ໂນນດົ໊ງດາ, ຮ່າໂນ້ຍ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ຖະ​ຫວາຍ​ທູບ​ທຽນ​ຢູ່ ອະ​ນຸ​ສາ​ວະ​ລີ ກວາງ​ຈ​ູງ - ຫງວຽນ​ເຫວ້ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ວາງພວງມາລາ ແລະ ຖະຫວາຍທູບທຽນ ຢູ່ອະນຸສາວະລີ ກວາງຈູງ - ຫງວຽນເຫວ້ ແລະ ວິຫານບູຊາ ເຈົ້າຊີວິດ ກວາງຈູງ ຢູ່ ເຂດປູຊະນີຍະສະຖານລະດັບຊາດພິເສດ ໂນນດົ໊ງດາ, ຮ່າໂນ້ຍ (ພາບ: TTXVN)

ເຈົ້າຊີວິດ ກວາງຈູງ - ຫງວຽນເຫວ້ ແມ່ນ ຜູູ້ບັນຊາຂະບວນການລຸກຮືຂຶ້ນຂອງ ຊາວກະສິກອນ ເຕີຍເຊີນ ໂດຍໄດ້ສ້າງວິລະກຳອັນລືຊາຜາກົດໃນບັ້ນຕໍ່ສູ້ຕ້ານສັດຕູພາຍໃນປະເທດ ແລະ ຕ່າງປະເທດ ຢູ່ ກຸຍເຍິນ, ຝູອຽນ, ຝູຊວັນ, ແຣກເຢິ່ມ - ຊວ່າຍມຸດ, ພິເສດແມ່ນໄຊຊະນະຄັ້ງປະຫວັດສາດ ງອກໂຮ່ຍ - ດົ໊ງດາ ໃນລະດູບານໃໝ່ປີ 1789. ໄຊຊະນະດັ່ງກ່າວ ໄດ້ທັບມ້າງເຈດຈຳນົງຢຶດຄອງ ດ້າຍຫວຽດ ຂອງ ລາຊະວົງ ຊິງ ໃນສະໄໝ ກ່ານລອງ. ນີ້ກໍແມ່ນໜຶ່ງໃນບັນດາບັ້ນຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຈາກພາຍນອກທີ່ມີຊື່ສຽງທີ່ສຸດໃນປະຫວັດສາດ ຫວຽດນາມ ແລະ ແມ່ນ ວິລະກຳອັນພິລະອາດຫານທີ່ສຸດຂອງ ເຈົ້າຊີວິດ ກວາງຈູງ  ອັນໄດ້ປະກອບສ່ວນເຂົ້າໃນພາລະກິດແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບໃນ ສະໄໝລາຊະວົງ ເຕິຍເຊີນ, ຢຸດຕິສົງຄາມການເມືອງລະຫວ່າງ ເຈົ້າພະຍາ ຈິ້ງ ຢູ່ທາງພາກເໜືອ ກັບ ເຈົ້າພະຍາ ຫງວຽນ ຢູ່ ທາງພາກໃຕ້ ເຊິ່ງແກ່ຍາວເປັນເວລາ 2 ສະຕະວັດ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ຖະ​ຫວາຍ​ທູບ​ທຽນ​ຢູ່ ອະ​ນຸ​ສາ​ວະ​ລີ ກວາງ​ຈ​ູງ - ຫງວຽນ​ເຫວ້ - ảnh 2ອົງຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ບິ່ງດິ້ງ ກໍໄດ້ໄປວາງພວງມາລາ ແລະ ຖະຫວາຍທູບທຽນ ອາໄລຫາການອຸທິດສ່ວນ ແລະ ຄຸນງາມຄວາມດີ ຂອງ ເຈົ້າຊີວິດ ກວາງຈູງ (ພາບ:TTXVN)

ເນື່ອງໃນໂອກາດນີ້, ອົງຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ບິ່ງດິ້ງ ກໍໄດ້ໄປວາງພວງມາລາ ແລະ ຖະຫວາຍທູບທຽນ ອາໄລຫາການອຸທິດສ່ວນ ແລະ ຄຸນງາມຄວາມດີ ຂອງ ເຈົ້າຊີວິດ ກວາງຈູງ ຢູ່ ເມືອງ ເຕີຍເຊີນ ເຊັ່ນດຽວກັນ.

 

ຕອບກັບ

ຂ່າວ/ບົດ​ອື່ນ