ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສົ່ງຈົດໝາຍຊົມເຊີຍທິມບານເຕະຊາຍ U22 ແລະ ທິມບານເຕະຍິງ ຫວຽດນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ອວຍພອນ 2 ທິມບານເຕະຈະສືບຕໍ່ຮັກສາຄວາມຕັ້ງໃຈ ແລະ ມີຈິດໃຈຢ່າງສູງ ເພື່ອບັນລຸໝາກຜົນດີທີ່ສຸດຢູ່ SEA Games ຄັ້ງນີ້.

ພາຍຫລັງທິມບານເຕຊາຍ U22 ຫວຽດນາມ ໄດ້ເຂົ້າຮອບຮອງຊະນະເລີດການແຂ່ງຂັນບານເຕະຊາຍ SEA Games 30 ແລະ ທິມບານເຕະຍິງມີການແຂ່ງຂັນທີ່ໂດດເດັ່ນໄດ້ເຂົ້າຮອບຊິງຊະນະເລີດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຄຳອວຍພອນ ແລະ ຍ້ອງຍໍຊົມເຊີຍຜົນງານການແຂ່ງຂັນຂອງ 2 ທິມບານເຕະ ຫວຽດນາມ.

ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສົ່ງຈົດໝາຍຊົມເຊີຍທິມບານເຕະຊາຍ U22 ແລະ ທິມບານເຕະຍິງ ຫວຽດນາມ - ảnh 1 ທິມບານເຕະຍິງມີການແຂ່ງຂັນທີ່ໂດດເດັ່ນໄດ້ເຂົ້າຮອບຊິງຊະນະເລີດ (ພາບ: Laodong.vn)

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊົມເຊີຍຈິດໃຈການແຂ່ງຂັນຂອງບັນດານັກເຕະ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ອວຍພອນ 2 ທິມບານເຕະຈະສືບຕໍ່ຮັກສາຄວາມຕັ້ງໃຈ ແລະ ມີຈິດໃຈຢ່າງສູງ ເພື່ອບັນລຸໝາກຜົນດີທີ່ສຸດຢູ່ SEA Games ຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ