ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດເປັນເຈົ້າການຮັບມືກັບໄພທຳມະຊາດ

(VOVWORLD) -  ແຕ່ຕົ້ນປີ ມາຮອດປະຈຸບັນ, ໄພທຳມະຊາດ ໃນທົ່ວປະເທດ ໄດ້ເຮັດໃຫ້ ປະຊາຊົນນັບຮ້ອຍຄົນເສຍຊີວິດ ແລະ ຫາຍສາບສູນ, ເຮືອນຊານນັບພັນຫຼັງຖືກພັງທະລາຍ, ເປເພ


ວັນທີ 30 ຕຸລາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍໂດຍຮຽກຮ້ອງພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ ຈົ່ງເປັນເຈົ້າການຮັບມືກັບໄພທຳມະຊາດ. ແຕ່ຕົ້ນປີ ມາຮອດປະຈຸບັນ, ໄພທຳມະຊາດ ໃນທົ່ວປະເທດ ໄດ້ເຮັດໃຫ້ ປະຊາຊົນນັບຮ້ອຍຄົນເສຍຊີວິດ ແລະ ຫາຍສາບສູນ, ເຮືອນຊານນັບພັນຫຼັງຖືກພັງທະລາຍ, ເປເພ, ຄາດວ່າຄວາມເສຍຫາຍດ້ານວັດຖຸຂຶ້ນເຖິງ 36.500 ຕື້ດົ່ງ. ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ພໍ່ແມ່ປະຊາຊົນ, ນັກຮົບ ແລະ ບັນດາກຳລັງປ້ອງກັນ, ຕ້ານໄພທຳມະຊາດໃນທົ່ວປະເທດຈົ່ງ ກຽມພ້ອມ, ເປັນເຈົ້າການຮັບມືກັບໄພທຳມະຊາດ, ສະກັດກັ້ນຄວາມເສຍຫາຍເກີດຂຶ້ນຢູ່ໃນລະດັບຕ່ຳສຸດ.


ຕອບກັບ

ຂ່າວ/ບົດ​ອື່ນ