ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ ASEAN ຄັ້ງທີ 33

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາໄດ້ເດີນທາງອອກຈາກຮ່າໂນ້ຍ, ໄປເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຢູ່ສິງກະໂປ.

ໂດຍໄດ້ຮັບຄຳເຊີນຈາກທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ຕອນເຊົ້າວັນທີ 13 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາໄດ້ເດີນທາງອອກຈາກຮ່າໂນ້ຍ, ໄປເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຢູ່ສິງກະໂປ. ຮ່ວມເດີນທາງໄປໃນຄັ້ງນີ້ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍັງມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ແລະ ເຈົ້າໜ້າທີ່ລັດຖະບານຫຼາຍທ່ານ.

        ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 33 ໄດ້ຈັດຕັ້ງໃນວັນທີ 11 – 15 ພະຈິກ 2018 ແມ່ນກອງປະຊຸມສຸດຍອດຄັ້ງທີ 2 ໃນປີ 2018 ໃນອາຍຸການ ສິງກະໂປ ເປັນປະທານອາຊຽນ. ດ້ວຍຫົວຂໍ້ “ສ້າງ ອາຊຽນ ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງ”, ບັນດາການນຳ ອາຊຽນ ຈະແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງ ບັນດາຝ່າຍ, ໃນນັ້ນມີການເພີ່ມທະວີການຮ່ວມມືເສດຖະກິດ, ການລົງທຶນ, ການຄ້າ, ພັດທະນາພື້ນຖານໂຄງລ່າງ, ເພີ່ມທະວີການເຊື່ອມຕໍ່, ການຮ່ວມມືຮັບມືກັບການຜັນແປຂອງເສດຖະກິດໂລກ, ປັບຕົວໃຫ້ເຂົ້າກັບການປະຕິວັດອຸດສາຫະກຳ 4.0…

        ເພື່ອກະກຽມໃຫ້ແກ່ບັນດາກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33, ປະເທດປະທານ ອາຊຽນ ສິງກະໂປ ໄດ້ສົມທົບກັບບັນດາປະເທດສະມາຊິກ ແລະ ບັນດາອົງການຂອງ ອາຊຽນ ຕັ້ງໜ້າດຳເນີນວຽກງານກະກຽມທຸກດ້ານໃນຕະຫຼອດປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ