ນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບປະທານາທິບໍດີ ສ.ເກົາຫຼີ, ຜູ້ປຶກສາຄະນະລັດຖະບານ​ຍີ່​ປຸ່ນ

(VOVWORLD) - ສະແດງຄວາມປິຕິຊົມຊື່ນເມື່ອມາ ຫວຽດນາມ ກົງກັບໂອກາດຈັດຕັ້ງງານບຸນດອກສະກຸຣະ ຍີ່ປຸ່ນ ຢູ່ ຫວຽດນາມ, ທ່ານ Isao Iijima ໃຫ້ຮູ້ວ່າ: ນີ້ແມ່ນເຫດການມີຄວາມສຳຄັນ, ປະກອບສ່ວນຊຸກຍູ້ການແລກປ່ຽນວັດທະນະທຳລະຫວ່າງ 2 ປະເທດ.

ຕອນບ່າຍວັນທີ 23 ມີນາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຊົມເຊີຍນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ຂອງ ສ. ເກົາຫຼີ ເພື່ອການຮ່ວມມືສັນຕິພາບ, ໃນນັ້ນ ຖື ຫວຽດນາມ ແມ່ນຈຸດສຸມຂອງການຮ່ວມມື.

        ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in ໄດ້ຊີ້ແຈ້ງວ່າ: ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ແມ່ນກາລະໂອກາດທີ່ດີໃຫ້ແກ່ການພັດທະນາຂອງ 2 ປະເທດ, ທ່ານໃຫ້ຮູ້ວ່າ: ໃນຂອບເຂດການຢ້ຽມຢາມ 2 ຝ່າຍໄດ້ລົງນາມເອກະສານຮ່ວມມືກ່ຽວກັບການຜະລິດໃນຂົງເຂດອຸດສາຫະກຳ, ພະລັງງານ; ວາງສີລາລຶກສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ - ສ. ເກົາຫຼີ…

ນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບປະທານາທິບໍດີ ສ.ເກົາຫຼີ, ຜູ້ປຶກສາຄະນະລັດຖະບານ​ຍີ່​ປຸ່ນ - ảnh 1ທ່ານ Isao Iijima, ຜູ້ປຶກສາຄະນະລັດຖະບານຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

        ແລະ ກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Isao Iijima, ຜູ້ປຶກສາຄະນະລັດຖະບານຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ເນື່ອງໃນໂອກາດມາຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມງານບຸນດອກສະກຸຣະ ຍີ່ປຸ່ນ ເຊິ່ງໄດ້ຈັດຕັ້ງຢູ່ ຫວຽດນາມ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ: 2 ປະເທດຮັກສາການພົວພັນແລກປ່ຽນລະຫວ່າງການນຳຂັ້ນສູງ, ຊຸກຍູ້ການພົວພັນຮ່ວມມືໃນທຸກໆຂົງເຂດເປັນປະຈຳ.

        ສະແດງຄວາມປິຕິຊົມຊື່ນເມື່ອມາ ຫວຽດນາມ ກົງກັບໂອກາດຈັດຕັ້ງງານບຸນດອກສະກຸຣະ ຍີ່ປຸ່ນ ຢູ່ ຫວຽດນາມ, ທ່ານ Isao Iijima ໃຫ້ຮູ້ວ່າ: ນີ້ແມ່ນເຫດການມີຄວາມສຳຄັນ, ປະກອບສ່ວນຊຸກຍູ້ການແລກປ່ຽນວັດທະນະທຳລະຫວ່າງ 2 ປະເທດ.

        ແລະ ກໍ່ໃນຕອນບ່າຍວັນທີ 23 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Ali Masoud Ali Aunaidy, ລັດຖະມົນຕີການຄ້າ ແລະ ອຸດສາຫະກຳ Oman, ປະທານອະນຸກຳມະການ Oman ໃນຄະນະກຳມະການປະສົມກ່ຽວກັບການຮ່ວມມືເສດຖະກິດ ແລະ ເຕັກນິກ ຫວຽດນາມ - Oman. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍທ່ານລັດຖະມົນຕີ ມາຢ້ຽມຢາມ ຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 3 ຂອງຄະນະກຳມະການປະສົມ, ທ່ານ ຫງວຽນຊວນຟຸກ ໄດ້ສະແດງຄວາມປິຕິຊົມຊື່ນກ່ຽວກັບການພົວພັນຮ່ວມມືການຄ້າ, ການລົງທຶນລະຫວ່າງ 2 ຝ່າຍນັບມື້ນັບພັດທະນາ ແລະ ເຊື່ອໝັ້ນວ່າ: ການຢ້ຽມຢາມຄັ້ງນີ້ຂອງທ່ານ Ali Masoud Ali Aunaidy ຈະເປີດບັນຍາກາດໃໝ່ໃຫ້ແກ່ການຮ່ວມມືນີ້.

ຕອບກັບ

ຂ່າວ/ບົດ​ອື່ນ