(vovworld) - ໂດຍສືບຕໍການໄປປະຕິບັດງານຢູ່ແຂວງຟຸອຽນ, ຕອນບ່າຍວັນທີ 07/04, ກ່າວຄຳເຫັນໃນການເຮັດວຽກກັບການນຳແຂວງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ຮຽກຮ້ອງໃຫ້ແຂວງ ຟຸອຽນ ສຸມໃສ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງ, ໂດຍສະເພາະກ່ຽວກັບກະສິກຳ, ສິນໃນນ້ຳ, ການທ່ອງທ່ຽວ ແລະ ດຶງດູດການລົງທຶນເພື່ອພັດທະນາ, ປະກອບສ່ວນຍູ້ແຮງວິວັດການຫັນທ້ອງຖິ່ນເປັນອຸດສາຫະກຳ ແລະ ທັນສະໄໝ. ພ້ອມກັບການພັດທະນາເສດຖະກິດ, ທ່ານນາຍົກລັດຖະມົນຕີກໍເອົາໃຈໃສ່ວ່າ ແຂວງ ຟຸອຽນ ເອົາໃຈໃສ່ພັດທະນາບັນດາຂົງເຂດສັງຄົມ, ໂດຍສະເພາະແມ່ນເອົາໃຈໃສ່ເຖິງການພັດທະນາສຶກສາ, ສາທາລະນະສຸກ, ວຽກເຮັດງານທຳ ແລະ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ... ແນໃສ່ສ້າງເງື່ອນໄຂເພື່ອໃຫ້ແຂວງຟຸອຽນ ຊຸກຍູ້ການພັດທະນາເສດຖະກິດສັງຄົມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພ້ອມກັບການນຳຂອງບາງກະຊວງ, ຂະແໜງການສູນກາງກຳນົດທິດແກ້ໄຂບາງຄຳເຫັນຂອງທ້ອງຖິ່ນເຊິ່ງກ່ຽວຂ້ອງເຖິງໂຄງການກໍ່ສ້າງເສັ້ນທາງຫຼວງ 1A ທີ່ເຊື່ອມຕໍ່ກັບເຂດອຸດສາຫະກຳ ຮ່ວາເຕີມ, ໂຄງການພື້ນຖານໂຄງລ່າງເຂດຕົວເມືອງທາງພາກໃຕ້ນະຄອນ ຕຸຍຮ່ວາ - ວູ້ງໂຣ, ໂຄງການຫາປ່າ ຟຸ໋ຫຼາກ ກໍຄືໂຄງການວິທະຍຸ ແລະ ໂທລະພາບແຂວງຟຸອຽນ...