ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ
ແລະ ຄະນະຜູ້ແທນສະມາຄົມນັກຮົບເກົ່າ
(ພາບ: nguyentandung.org)
|
(vovworld) – ຕອນເຊົ້າວັນທີ 13/3, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ໄດ້ມີການເຮັດວຽກກັບສະມາຄົມນັກຮົບເກົ່າຫວຽດນາມ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຫວັງວ່າ: ສະມາຄົມນັກຮົບເກົ່າຈະເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ສົມທົບກັນຢ່າງແໜ້ນແຟ້ນກັນລັດຖະບານ, ຄະນະພັກ, ອຳນາດການປົກຄອງທຸກຂັ້ນເສີມຂະຫຍາຍການປະຕິບັດບັນດາໜ້າທີ່, ຈຸດໝາຍພັດທະນາເສດຖະກິດ - ສັງຄົມທີ່ໄດ້ວາງອອກໃນປີ 2012 ແລະ ຊຸມປີຕໍ່ໄປຢ່າງມີໄຊ. ກ່ອນອື່ນໝົດແມ່ນຮັກສາ ແລະ ປຸກລະດົມບັນດາຂະບວນການແຂ່ງຂັນ, ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽນຮຽບຮ້ອຍທາງສັງຄົມ, ປະຕິບັດວຽກງານໂຄສະນາເຜີຍແຜ່ກ່ຽວກັບແນວທາງ, ນະໂຍບາຍຂອງພັກ ແລະ ລັດເຖິງປະຊາຊົນທຸກຊັ້ນວັນນະຢ່າງມີປະສິດທິຜົນ ກໍຄືປະຕິບັດກົນໄກສົມທົບກັບບັນດາອົງການທີ່ກ່ຽວຂ້ອງໃນການກໍ່ສ້າງລະບອບ, ນະໂຍບາຍ... ເປັນຢ່າງດີ.
ທ່ານນາຍົກລັດຖະມົນຕີກໍສະເໜີໃຫ້ສະມາຄົມນົກຮົບເກົ່າຫວຽດນາມ ເອົາໃຈໃສ່ເຖິງການເບິ່ງແຍງດູແລຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ແກ່ສະມາຊິກແຕ່ລະຄົນ, ປະຕິບັດບັນດານະໂຍບາຍທີ່ກ່ຽວຂ້ອງເຖິງນັກຮົບເກົ່າຢ່າງມີປະສິດທິຜົນ.