(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽງ, ວັນທີ 2/9, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ເດີນທາງອອກຈາກ ຮ່າໂນ້ຍ ໄປນະຄອນ ໜາມໜິງ, ແຂວງ ກວາງຊີ ເຂົ້າຮ່ວມງານຕະຫລາດນັດ, ກອງປະຊຸມສຸດຍອດລົງທຶນ ແລະ ການຄ້າ ອາຊຽນ - ຈີນ ຄັ້ງທີ 10 ຖືກດຳເນີນໃນວັນທີ 2 ແລະ 3/9. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຂົ້າຮ່ວມເຫດການນີ້ສະແດງໃຫ້ເຫັນ ພັກ, ລັດ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບ ຈີນ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະ ຊຸກຍູ້ການຮ່ວມມືການຄ້າ, ການລົງທຶນລະຫວ່າງ 2 ປະເທດເວົ້າສະເພາະ ແລະ ລະຫວ່າງ ອາຊຽນ ກັບ ຈີນ ເວົ້າລວມ.
ງານຕະຫລາດນັດວາງສະແດງ ອາຊຽນ - ຈີນ ແລະ ກອງປະຊຸມສຸດຍອດການລົງທຶນ ແລະ ການຄ້າ ອາຊຽນ - ຈີນ ແມ່ນເຫດການໂດຍກະຊວງການຄ້າ ຈີນ ແລະ 10 ປະເທດສະມາຊິກ ອາຊຽນ ສົມທົບກັນຈັດຕັ້ງຂຶ້ນປະຈຳປີຢູ່ ໜາມໜິງ, ແຂວງ ກວາງຊີ. ນີ້ແມ່ນ 1 ໃນ 10 ງານຕະຫຼາດນັດວາງສະແດງອັນດັບໜຶ່ງຂອງ ຈີນ, ບໍ່ພຽງແຕ່ແມ່ນຈຸດນັດພົບຂອງຈຸດນັດພົບຂອງບັນດາວິສາຫະກິດ ຈີນ ແລະ ບັນດາປະເທດ ອາຊຽນ ເທົ່ານັ້ນ, ຫາກຍັງແມ່ນບັນດາວິສາຫະກິດໃນພາກພື້ນອີກດ້ວຍ. ຜ່ານການຈັດຕັ້ງມາໄດ້ 9 ຄັ້ງ, ງານຕະຫຼາດນັດໄດ້ກາຍເປັນກົນໄກສຳຄັນ, ຊຸກຍູ້ການພົວພັນມິດຕະພາບ, ສົ່ງເສີມການຄ້າ ແລະ ການຮ່ວມມືຫຼາຍຂົງເຂດລະຫວ່າງບັນດາປະເທດ ອາຊຽນ ກັບ ຈີນ ດ້ວຍຍອດມູນຄ່າແລກປ່ຽນການຄ້າບັນລຸກ່ວາ 10.000 ຕື້ USD ແລະ ກ່ວາ 50 ຕື້ USD ກ່ຽວກັບການຮ່ວມມືລົງທຶນກັບສາກົນ.
ພ້ອມກັບງານຕະຫຼາດນັດວາງສະແດງ ອາຊຽນ - ຈີນ ກອງປະຊຸມສຸດຍອດການລົງທຶນ ແລະ ການຄ້າ ອາຊຽນ - ຈີນ ຄັ້ງທີ 10 ກໍ່ຈະດຳເນີນໄປ, ນີ້ແມ່ນເວທີປາໄສໂອ້ລົມສົນທະນາຂັ້ນສູງສຳຄັນລະຫວ່າງ ອາຊຽນ - ຈີນ ເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ້າງ 2 ຝ່າຍ, ຊຸກຍູ້ສ້າງຕັ້ງເຂດການຄ້າເສລີ ອາຊຽນ - ຈີນ ແລະ ເຮັດໃຫ້ການຮ່ວມມືເສດຖະກິດ, ການຄ້າໃນພາກພື້ນເລິກເຊິ່ງກ່ວາອີກ, ພິເສດແມ່ນໃນສະພາບຄວາມຫຍຸ້ງຍາກລວມຂອງເສດຖະກິດໂລກ.
ຕາມແຜນການແລ້ວ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຈະມີການພົບປະກັບທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽງ ເພື່ອແນໃສ່ແລກປ່ຽນບັນດາບັນຫາເຊິ່ງທັງ 2 ຝ່າຍຕ່າງມີຄວາມສົນໃຈ.