ນາຍົກລັດຖະມົນຕີ ອົດສະຕາລີ ຄົນໃໝ່ ປະກາດບັນຊີລາຍຊື່ຄະນະລັດຖະບານໃໝ່

(VOVWORLD) - ວັນທີ 26 ສິງຫາ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ ຄົນໃໝ່ Scott Morrison ໄດ້ປະກາດບັນຊີລາຍຊື່ລັດຖະມົນຕີໃໝ່ 22 ທ່ານ

ໃນຄວາມມານະພະຍາຍາມບູລະນະກົງຈັກລັດຖະບານ, ເຊິ່ງໄດ້ຖືກສັບປ່ຽນໄປມາໃນວິກິດການດ້ານການເມືອງທີ່ເກີດຂຶ້ນໃນຕະຫລອດອາທິດຜ່ານມາ. ສິ່ງທີ່ເປັນໜ້າສົນໃຈທີ່ສຸດແມ່ນເລື່ອງ ທ່ານນາງລັດຖະມົນຕີການຕ່າງປະເທດ Julie Bishop ບໍ່ມີຊື່ໃນບັນຊີລາຍຊື່. ແທນທີ່ນັ້ນ ທ່ານນາງ Marise Payne ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ຈະດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ. ທ່ານລັດຖະມົນຕີກະຊວງອຸດສາຫະກຳປ້ອງກັນປະເທດ Christopher Pyne ຈະຮັບດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ອະດີດລັດຖະມົນຕີກະຊວງການຄ້າ, ການລົງທຶນ ແລະ ທ່ອງທ່ຽວ ທ່ານ Steven Ciobo ຈະຮັບດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງອຸດສາຫະກຳປ້ອງກັນປະເທດ.

        ພ້ອມກັບເລື່ອງປະກາດບັນຊີລາຍຊື່ຄະນະລັດຖະບານໃໝ່, ທ່ານນາຍົກລັດຖະມົນຕີ ອົດສະຕາລີ ຄົນໃໝ່ ກໍ່ປະກາດແຜນການໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດພາຍຫລັງຮັບດຳລົງຕຳແໜ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ