ນາຍົກລັດຖະມົນຕີ ອີຣັກ ລອດຊີວິດມາໄດ້ຈາກເຫດລອບສັງຫານດ້ວຍເຮືອບິນບໍ່ມີຄົນຂັບ

(VOVWORLD) -    ກອງທັບອີຣັກໃຫ້ຮູ້ເມື່ອຕອນເຊົ້າວັນທີ 7 ພະຈິກວ່າ ທ່ານນາຍົກລັດຖະມົນຕີອີຣັກ ມູສະຕາຟາອານ - ກາດີມີ ໄດ້ລອດຊີວິດມາໄດ້ຈາກກົນອຸບາຍລອບສັງຫານໂດຍບໍ່ປະສົບຜົນສຳເລັດ ຊຶ່ງຖືກປະຕິບັດດ້ວຍເຮືອບິນບໍ່ມີຄົນຂັບບັນຈຸດິນລະເບີດແນໃສ່ເຮືອນສ່ວນຕົວຂອງທ່ານທີ່ນະຄອນຫຼວງເບັກແດັດ 
ນາຍົກລັດຖະມົນຕີ ອີຣັກ ລອດຊີວິດມາໄດ້ຈາກເຫດລອບສັງຫານດ້ວຍເຮືອບິນບໍ່ມີຄົນຂັບ - ảnh 1ທ່ານນາຍົກລັດຖະມົນຕີ ອີຣັກ ມູສະຕາຟາອານ - ກາດີມີ

    ທ່ານນາຍົກລັດຖະມົນຕີ ມູສະຕາຟາອານ - ກາດີມີ ບໍ່ຮັບບາດເຈັບ ພາຍຫຼັງການບຸກໂຈມຕີແລະປັດຈຸບັນມີອາການສຸຂະພາບດີ. ໃນຂະນະນັ້ນບັນດາແຫຼ່ງຂ່າວຈາກເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ ການບຸກໂຈມຕີໄດ້ເຮັດໃຫ້ສະມາຊິກໃນກອງອາລັກຂາ ດ້ວຍຈຳນວນ 6 ຄົນຂອງທ່ານນາຍົກລັດຖະມົນຕີອີຣັກ ໄດ້ຮັບບາດເຈັບ.

     ກໍລະນີລອບສັງຫານໄດ້ດຳເນີນໃນສະພາບກະແສຟອງດຳເນີນການແຫ່ຂະບວນປະທ້ວງຢູ່ນະຄອນຫຼວງ ເບັກແດັດ ແນໃສ່ຄັດຄ້ານຜົນການເລືອກຕັ້ງສະພາແຫ່ງຊາດເມື່ອວັນທີ 10 ຕຸລາທີ່ຜ່ານມາຢູ່ປະເທດນີ້ ໄດ້ກາຍເປັນການໃຊ້ຄວາມຮຸນແຮງ. ປັດຈຸບັນຍັງບໍ່ທັນມີອົງການໃດໆອອກຮັບຜິດຊອບຕໍ່ກໍລະນີບຸກໂຈມຕີດັ່ງກ່າວເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ