(VOVWORLD) -ໜ່ວຍປະຕິບັດງານມີໜ້າທີ່ຕິດຕາມ, ຕີລາຄາ, ຄາດຄະເນສະພາບການຈັດການຜັນຂະຫຍາຍປະຕິບັດ, ກວດກາ, ລວບລວມ ກໍ່ຄືແກ້ໄຂຢ່າງທັນການ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດທີ່ກ່ຽວຂ້ອງຢ່າງເປັນປະຈຳ
ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
(ພາບ: ກະຊວງການຕ່າງປະເທດ)
|
ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 05 ມີນາ, ຢູ່ ຮ່າໂນ້ຍ, ເມື່ອຕອບຄຳຖາມກ່ຽວກັບການຮັບປະກັນບັນດາການເຄື່ອນໄຫວດ້ານການຄ້າ, ເສດຖະກິດ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານຂອງ ຫວຽດນາມ ຕໍ່ສະພາບຄວາມເຄັ່ງຕຶງຢູ່ ຕາເວັນອອກກາງ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ, ໃຫ້ຮູ້ວ່າ ວັນທີ 04 ມີນາ, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຊັນຂໍ້ຕົກລົງສ້າງໜ່ວຍປະຕິບັດງານຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ຕໍ່ສະພາບການຜັນແປທີ່ສັບສົນຂອງການປະທະກັນຢູ່ຕາເວັນອອກກາງ.
ໜ່ວຍປະຕິບັດງານມີໜ້າທີ່ຕິດຕາມ, ຕີລາຄາ, ຄາດຄະເນສະພາບການຈັດການຜັນຂະຫຍາຍປະຕິບັດ, ກວດກາ, ລວບລວມ ກໍ່ຄືແກ້ໄຂຢ່າງທັນການ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດທີ່ກ່ຽວຂ້ອງຢ່າງເປັນປະຈຳ ເພື່ອຮັບປະກັນການສະໜອງນ້ຳມັນໃຫ້ແກ່ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ແລະ ການບໍລິໂພກຂອງປະຊາຊົນຢ່າງພຽງພໍ.
ທ່ານນາງ ຟ້າມທູຮັ່ງ, ຊີ້ແຈ້ງວ່າ:
“ໜ່ວຍປະຕິບັດງານດັ່ງກ່າວກໍ່ຈະຜັນຂະຫຍາຍການຄົ້ນຄວ້າ ເພື່ອຍົກອອກທິດທາງ, ມາດຕະການແກ້ໄຂ, ກົນໄກ, ນະໂຍບາຍ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດ ແລະ ເປັນເຈົ້າການຄາດຄະເນເພື່ອມີບັນດາປະຕິກິຕິຍາດ້ານນະໂຍບາຍຢ່າງມີໄຫວພິບ, ທັນການ, ມີປະສິດທິຜົນ, ບໍ່ປະໃຫ້ຄວາມໝັ້ນຄົງດ້ານພະລັງງານຕົກຢູ່ໃນທ່າຮັບ”.