( vovworld ) - ຕອນເຊົ້າວັນທີ 29/6, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກ ແລະ ປະກັນສຸຂະພາບຫວຽດນາມ ໄດ້ສົມທົບກັນຈັດຕັ້ງພິທີໂຮມຊຸນນູມ ເນື່ອງໃນໂອກາດວັນປະກັນສຸຂະພາບຫວຽດນາມ 1/7. ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ເຂົ້າຮ່ວມ ແລະ ປຸກລະດົມການປະຕິບັດວິວັດການປະກັນສຸຂະພາບທົ່ວປວງຊົນໄລຍະ 2012 – 2015. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ Nguyen Tan Dung ຊີ້ແຈ້ງວ່າ, ວຽກງານປະກັນສຸຂະພາບ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ ແລະ ລັດ. ເພາະວ່າ ນີ້ແມ່ນນະໂຍບາຍສັງຄົມສຳຄັນພິເສດ, ມີຄວາມໝາຍມະນຸດສະທຳ ແລະ ວັດທະນະທຳມະນຸດຢ່າງເລີກເຊິ່ງ; ແມ່ນພາກສ່ວນຕົ້ນຕໍ່ຂອງນະໂຍບາຍການເງິນສາທາລະນະສຸກແຫ່ງຊາດ. ທ່ານນາຍົກລັດຖະມົນຕີໄດ້ເອົາໃຈໃສ່ວ່າ ຂະແໜງສາທາລະນະສຸກ, ປະກັນສຸຂະພາບ, ປະກັນໄພສັງຄົມ, ແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຄວນສືບຕໍ່ປ່ຽນໃໝ່ວິທີການຄຸ້ມຄອງ, ສົ່ງເສີມປະຊາຊົນທຸກຄົນ, ໂດຍສະເພາະແມ່ນປະຊາຊົນມີລາຍຮັບຕ່ຳ ເຂົ້າຮ່ວມການປະກັນສຸຂະພາບ, ພິເສດປະຕິບັດວິວັດການປະກັນສຸຂະພາບທົ່ວປວງຊົນແຕ່ນີ້ຮອດປີ 2015. ທ່ານນາຍົກລັດຖະມົນຕີ Nguyen Tan Dung ເນັ້ນໜັກວ່າ.
“ຕ້ອງປະຕິບັດວິວັດການປະກັນສຸຂະພາບທົ່ວປວງຊົນທັງຊາດ, ນຳຕົວເລກຄາດໝາຍປະຊາກອນເຂົ້າຮ່ວມການປະກັນສຸຂະພາບເຂົ້າໃນຍຸດທະສາດ, ແຜນພັດທະນາເສດຖະກິດສັງຄົມຂອງສູນກາງ ແລະ ທ້ອງຖິ່ນໂດຍໄວ ເພື່ອສູ້ຊົນປະຕິບັດ. ດ້ານໜຶ່ງຕ້ອງມີຄວາມເອົາໃຈໃສ່ເຖິງປະຊາຊົນທີ່ມີບັດປະກັນສຸຂະພາບ ແຕ່ດ້ານອື່ນແມ່ນຕ້ອງຍົກສູງຄຸນນະພາບການບໍລິການ, ພັດທະນາລະບົບສາທາລະນະສຸກ, ບັນດາຮາກຖານກວດກາປິ່ນປົວພະຍາດໃຫ້ດີກວ່າ, ມີຄຸນນະພາບ ແລະ ມີປະສິດທິຜົນກ່ວາ, ຕອບສະໜອງຄວາມຕ້ອງການປິ່ນປົວພະຍາດດ້ວຍລະບອບປະກັນສຸຂະພາບທີ່ນັບມື້ນັບສູງຂອງປະຊາຊົນ ”.