ນາຍົກລັດຖະມົນຕີຈໍເຈຍເນັ້ນໜັກເຖິງຄວາມຈຳເປັນຕ້ອງສ້າງການພົວພັນເປັນປົກກະຕິກັບລັດເຊຍ

ນາຍົກລັດຖະມົນຕີຈໍເຈຍເນັ້ນໜັກເຖິງຄວາມຈຳເປັນຕ້ອງສ້າງການພົວພັນເປັນປົກກະຕິກັບລັດເຊຍ - ảnh 1
(ທ່ານນາຍົກລັດຖະມົນຕີຈໍ​ເຈຍ Bidzina Ivanishvili)

(vovworld) -     ທ່ານນາຍົກລັດຖະມົນຕີຄົມ​ໃໝ່ ຈໍ​ເຈຍ, Bidzina Ivanishvili ​ໄດ້​​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງສ້າງ​ການ​ພົວພັນ​ເປັນ​ປົກ​ກະຕິ​ກັບລັດ​ເຊຍ ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ ​ແລະ ສອງ​ຊາດ. ທ່ານ​ນາຍົກລັດຖະມົນຕີ Ivanishvili ​ໄດ້​ຍົກ​ອອກ​ຖະ​ແຫຼ​ງການ​ດັ່ງກ່າວ​ພາຍຫຼັງ​ການ​ພົບ​ປະ​ກັບ​ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ (EC) Jose Manuel Baroso ​ເມື່ອຕອນ​ທ່ຽງ​ວັນ​ທີ 12/11 ຢູ່ ບຣຸກ​ແຊນ. ທ່ານ Ivanishvili ສະ​ແດງ​ຄວາມ​ຫວັງ​ວ່າ ລັດຖະບານ​ລັດ​ເຊຍ ຈະ​ມີ​ບັນດາ​ການ​ກະທຳ​ທີ່​ຄ້າຍຄື​ກັນ ​ເພື່ອ​ສະກັດ​ກັ້ນ​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວພັນ 2 ຝ່າຍ ​ແນ​ໃສ່​ກ້າວ​ໄປ​ເຖິງການ​ສ້າງ​ການພົວພັນ​ເປັນ​ປົກກະຕິ​ກັບ ຈໍ​ເຈຍ. ທ່ານ​ກໍ​​ໃຫ້​ຄຳ​ໝັ້ນ​ສັນຍາ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ແນ​ໃສ່​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ, ​ເພື່ອ​ຜົນ​ປະ​ໂຫຍດລວມຂອງ​ສອງ​ຊາດ, ​ເພື່ອ​ປະຊາຊົນ ຈໍ​ເຈຍ ກໍ​ຄື​ປະຊາຊົນ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ