ນາຍົກລັດຖະມົນຕີມາເລເຊຍຢັ້ງຢືນຕ້ອງໂອ້ລົມສົນທະນາ,ສັນຕິພາບໃນການແກ້ໄຂບັນຫາທະເລຕາເວັນອອກ
ທ່ານນາຍົກລັດຖະມົນຕີ ມາເລເຊຍ Najib Razak
(vovworld) – ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ ໂຕະມົນ ອາຊີ - ປາຊີຟິກ ຄັ້ງທີ 28 ຢູ່ນະຄອນຫຼວງ Kuala Lumpur ໃນຕອນຄຳ່ວັນທີ 2/6, ທ່ານນາຍົກລັດຖະມົນຕີ ມາເລເຊຍ Najib Razak ຢັ້ງຢືນບັນດາຂໍ້ກຳນົດຂອງກົດໝາຍຕ້ອງແມ່ນພື້ນຖານເພື່ອແກ້ໄຂບັນດາຄວາມເຄັ່ງຕຶງໃນທະເລຕາເວັນອອກ. ບັນດາຝ່າຍຕ້ອງຢືດໝັ້ນຮັກສາຫຼັກການບໍ່ນຳໃຊ້ກຳລັງອາວຸດ ແລະ ແກ້ໄຂບັນດາການຂັດແຍ້ງດ້ວຍມາດຕະການໂດຍສັນຕິວິທີ, ບໍ່ຄວນມີບໍ່ວ່າການກະທຳໃດໆເຮັດໃຫ້ສະພາບການ ແລະ ເພີ່ມທະວີຄວາມເຄັ່ງຕຶງຂຶ້ນຕື່ມ. ຕາມທ່ານນາຍົກລັດຖະມົນຕີ Razak ແລ້ວ, ບັນດາຝ່າຍກ່ຽວຂ້ອງຕ້ອງເດີນຕາມເສັ້ນທາງທີ່ໄດ້ຮັບການພິສູດແລ້ວ, ນັ້ນແມ່ນການໂອ້ລົມສົນທະນາ ແລະ ແກ້ໄຂບັນດາການປະທະກັນໂດຍສັນຕິ. ທ່ານສະແດງຄວາມຫວັງວ່າ: ທຸກໆເລື່ອງຈະຜັນແປໄປຕາມທາງທີ່ດີ. ທ່ານກໍ່ຢືນຢັນຄຳໝັ້ນສັນຍາຢ່າງແຮງຂອງ ມາເລເຊຍສຳລັບຖະແຫຼງການມໍ່ໆມານີ້ຂອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ກ່ຽວກັບການຮ່ວມມືປ້ອງກັນປະເທດ ມຸ່ງໄປເຖິງປາຊາຄົມອາຊຽນ ສັນຕິພາບ ແລະ ວັດທະນາຖາວອນ, ຖືນີ້ແມ່ນບາດກ້າວສຳຄັນໃນການເພີ່ມທະວີເສົາຄ້ຳການເມືອງ - ປ້ອງກັນຄວາມສະຫງົບຂອງປະຊາຄົມ ອາຊຽນ.