ທ່ານ ຫງວຽນຊວນຟຸກ ຕ້ອນຮັບຄະນະຜູ້ແທນ
ຂອງກອງທຶນສຶກສາວືອາຢີງ
(ພາບ: VGP/QuangHieu)
(vovworld) – ຕອນບ່າຍວັນທີ 18/04 ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂອງກອງທຶນສຶກສາ ວືອາຢີງ ແລະ ສະໂມສອນເພື່ອ ຮ່ວາງຊາ, ເຈື່ອງຊາທີ່ຮັກແພງ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງບັນດາການເຄື່ອນໄຫວຂອງກອງທຶນ ວືອາຢີງ ແລະ ສະໂມສອນເພື່ອຮ່ວາງຊາ, ເຈື່ອງຊາທີ່ຮັກແພງ. ໃນ 17 ປີຜ່ານມາ ກອງທຶນ ວືອາຢີງ ໄດ້ລະດົມທຶນ 263 ຕື້ດົ່ງ ແລະ ຜັນຂະຫຍາຍຫລາຍໂຄງການ ປະກອບສ່ວນໃຫ້ສັງຄົມ, ປຸກລຸກວັດທະນະທຳ ມະນຸດທີ່ເປັນມູນເຊື້ອອັນດີງາມຂອງຊາດນັ້ນແມ່ນ ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການພັດທະນາການສຶກສາ, ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ຄຽງຂ້າງແຫຼ່ງທຶນຈາກງົບປະມານ, ລັດຍາມໃດກໍ່ສົ່ງເສີມ, ປຸກລະດົມບັນດາແຫຼ່ງກຳລັງສັງຄົມ. ດ້ວຍບັນດາບົດຮຽນ, ວິທີເຮັດ, ໝາກຜົນເປັນໜ້ານັບຖືໃນໄລຍະຜ່ານມາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ: ກອງທຶນ ວືອາຢີງ ກໍ່ຄືສະໂມສອນເພື່ອຮ່ວາງຊາ ເຈື່ອງຊາທີ່ຮັກແພງ ຈະມີບັນດາການເຄື່ອນໄຫວແທດຈິງຕື່ມອີກ, ປະກອບສ່ວນໃຫ້ແກ່ການພັດທະນາສັງຄົມ, ພິເສດແມ່ນໃນຂົງເຂດການສຶກສາ ບຳລຸງສ້າງ, ເຊິ່ງແມ່ນຂົງເຂດກຸນແຈ ແລະ ສຳຄັນ ທີ່ພັກ ແລະ ລັດ ໄດ້ກຳນົດແລ້ວ.