ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານກອງທຶນລົງທຶນ Harbinger Capital Partners ອາເມລິກາ
(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ
ຕ້ອນຮັບປະທານກອງທຶນລົງທຶນ Harbinger Capital Partners ອາເມລິກາ)
(vovworld) - ວັນທີ 12/01, ທີ່ການຕ້ອນຮັບທ່ານ Philip Falcone, ປະທານກອງທຶນລົງທຶນ Harbinger Capital Partners LLC (Harbinger), ປະເທດອາເມລິກາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນກັບອາເມລິກາ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ, ໂດຍສະເພາະແມ່ນໃນຂົງເຂດການຄ້າ, ການລົງທຶນ; ພ້ອມທັງຊົມເຊີຍ ແລະ ຕີລາຄາສູງການເຄື່ອນໄຫວລົງທຶນຂອງກອງທຶນ Harbinger ຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ກອງທຶນ Harbinger ສືບຕໍ່ເປີດກວ້າງການລົງທຶນຢູ່ຫວຽດນາມ ແລະ ແມ່ນຂົວຕໍ່ເພື່ອໃຫ້ບັນດາວິສາຫະກິດອາເມລິກາ, ເອົາໃຈໃສ່, ເພີ່ມທະວີການລົງທຶນຢູ່ຕະຫຼາດຫວຽດນາມ. ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ທ່ານ Falcone ພ້ອມກັບບັນດາວິສາຫະກິດອາເມລິກາ ຕັ້ງໜ້າສະໜັບສະໜູນຫວຽດນາມ ຈັດຕັ້ງກອງປະຊຸມ APEC 2017 ໃຫ້ສຳເລັດຜົນ.