ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງປະທານWBຮັບຜິດຊອບພາກພື້ນອາຊີ-ປາຊີຟິກ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງປະທານWBຮັບຜິດຊອບພາກພື້ນອາຊີ-ປາຊີຟິກ - ảnh 1
ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງປະທານWBຮັບຜິດຊອບພາກພື້ນອາຊີ-ປາຊີຟິກ

(vovworld) – ຕອນ​ບ່າ​ຍວັນ​ທີ 11/5, ທີ່​ການ​ຕ້ອນຮັບ​ທ່ານ​ນາງ Victoria Kwakwa, ຮອງ​ປະທານທະນາຄານ​​ໂລກ (WB) ຮັບຜິດຊອບ​ພາກ​ພື້ນ ອາຊີ - ປາຊີ​ຟິກ, ທັງ​ເປັນ​ຜູ້ອຳນວຍ​ການ​ແຫ່ງ​ຊາດ​ທະນາຄາ​ໂລກ (​WB) ປະ​ຈຳ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່, ທ່ານ​ນາງ​ຈະ​ປະກອບສ່ວນ​ສຳຄັນ​​ເຂົ້າ​ໃນ​ການ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ​WB. ​ໃນ​ແຜນ​ນະ​ໂຍບາຍ​ເຊື່ອມ​ໂຍງ, ການ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ເສລີ, ພິ​ເສດ​ແມ່ນ TPP ​ແລະ ຫວຽດນາມ - ອີ​ຢູ, ​ໄດ້ ​ແລະ ຈະ​ສ້າງ​ກາລະ​ໂອກາດ​ໃໝ່​ຫຼາຍ​ຢ່າງ​ ​ແຕ່​ກໍ່​ໄດ້​ມີ​ບັນດາ​ສິ່ງທ້າ​ທາຍ​ໃໝ່​ສ​ຳລັບ ຫວຽດນາມ. ​ດ່ັງ​ນັ້ນ, ຫວຽດນາມ ປາດ​ຖະໜາ​ຢາກ​ໃຫ້ WB ໜູນ​ຊ່ວຍ ​ເພື່ອ​ໃຫ້ ຫວຽດນາມ ​ໄດ້​ຊົມ​ໃຊ້​ຫຼາຍ​ທີ່​ສຸດ​ຈາກ​ບັນດາ​ສັນຍາ​ນີ້​ເພື່ອ​ແນ​ໃສ່​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ - ສັງຄົມ​ແບບ​ຍືນ​ຍົງ.

        ສ່ວນ​ທ່ານ​ນາງ Kwakwa ຢັ້ງຢືນ​ວ່າ: ກຸ່ມ ​WB ຍາມ​ໃດ​ກໍ່​ໜູນ​ຊ່ວຍ ຫວຽດນາມ ​ເພື່ອ​ຊຸກຍູ້​ການ​ພົວພັນ WB ​ແລະ ຫວຽດນາມ ກ່ວາ​ອີກ, ຊ່ວຍ ຫວຽດນາມ ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ພວມ​ຕ້ອງ​ປະ​ເຊີນ​ໜ້າ. ຄຽງ​ຄູ່​ກັນ​ນັ້ນ, WB ກຽມພ້ອມ​ໜູນ​ຊ່ວຍ ຫວຽດນາມ ຮັບ​ມື​ກັບ​ການ​ສຳ​ພັດ​ບັນດາ​ແຫຼ່ງທຶນ​ບຸລິມະສິດ​ເພື່ອ​ຜະລິດ​ພະລັງງານ​ຄືນ​ໃໝ່, ປະກອບສ່ວນ​ພ້ອມ​ກັບ​ທົ່ວ​ໂລກ​ຫລຸດຜ່ອນ​ຜົນ​ຮ້າຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄື​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ ຫວຽດນາມ ທີ່​ກອງ​ປະຊຸມ COP 21.

ຂ່າວ/ບົດ​ອື່ນ