ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດສິງກະໂປແລະກຳປູເຈຍ

ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດສິງກະໂປແລະກຳປູເຈຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ (ຂວາ) ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກຳ​ປູ​ເຈຍ Prak Nguon Hong

(vovworld) –  ​ຕອນ​ບ່າຍ​ວັນ​ທີ 8/11, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສິງ​ກະ​ໂປ Catherine Wong. ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ແດງ​ຄວາມ​ຫວັງ​ຢາ​ກ​ໃຫ້ ສິງ​ກະ​ໂປ ​ກາຍ​ເປັນ​ນັກ​ລົ​ງ​ທຶນ ແລະ ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ແຖວ​ໜ້າ​ຂອງ ຫວຽດ​ນາມ ໂດຍ​ໄວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້ 2 ປະ​ເທດ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ 2 ພື້ນ​ຖານ​ເສດ​ຖະ​ກິດ, ຮັບ​ຮອງ​ເອົາ​ເລື່ອງ​ສ້າງ​ຕັ້ງ​ບັນ​ດາ​​ເຂດ​ອຸດ​ສາ​ຫະ​ກຳ ແລະ ຕົວ​ເມືອງ ຫວຽດ​ນາມ - ສິງ​ກະ​ໂປ ຕື່ມ​ອີກ, ກໍ່​ຄື​ເຊື້ອ​ເຊີນ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ນາໆ​ຊາດ​ມີ​ສຳ​ນັກ​ງານ​​ຕັ້ງຢູ່ ສິງ​ກະ​ໂປ ​ເຂົ້າ​ມາລົງ​ທຶນ​​ຢູ່ ຫວຽດ​ນາມ.

        ກ່າວ​ຄຳ​ເຫັນ​ໃນ​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກຳ​ປູ​ເຈຍ Prak Nguon Hong  ເຂົ້າ​ຢ້ຽມ​ຂ່ຳ​ນັບ​ເນື່ອງ​ໃນ​ໂອ​ກາດ​ມາ​ຮັບ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢັ້ງ​ຢື​ນ​ວ່າ: ພັກ ແລະ ລັດ ຫວຽດ​ນາມ ຍາ​ມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ​ໃຫ້​ບຸ​ລິ​ມະ​ສິດ​ຢ່າງ​ສູງ​ໃຫ້​ແກ່​ການ​ປັບ​ປຸງ ແລະ​ ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ກັບ ກຳ​ປູ​ເຈຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວັງ​ວ່າ, ໃນ​ອາ​ຍຸ​ການ​​ຂອງ​ຕົນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ​ຈະ​ມີ​ກາ​ນປະ​ກອບ​ສ່ວນ​​ຢ່າງຕັ້ງ​ໜ້າ, ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ​​ໃຫ້ນັບ​ມື້​ນັບ​ພັດ​ທະ​ນາ​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ