ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບແຂກສາກົນ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານເອກອັກຄະລັດຖະທູດ ມົງໂກນ Dorj Enkhbat
|
(vovworld) – ຕອນບ່າຍວັນທີ 18/10, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Bojidar Loukarssky, ລັດຖະມົນຕີກະຊວງເສດຖະກິດ ບຸນກາຣີ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ 2 ຝ່າຍຈະເພີ່ມທະວີການພົວພັນຮ່ວມມືດ້ານເສດຖະກິດ, ຊຸກຍູ້ການພົວພັນແລກປ່ຽນດ້ານການຄ້າກ່ຽວກັບສິນຄ້າ ແລະ ການບໍລິການກໍ່ຄືການລົງທຶນກ່ວາອີກ.
ສ່ວນທ່ານລັດຖະມົນຕີ Bojidar Loukarssky ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຮັບຊາບກ່ຽວກັບໝາກຜົນຂອງການເຈລະຈາກັບທ່ານລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ເຈີ່ນແອງຕ໋ວນ ເຊິ່ງໄດ້ດຳເນີນກ່ອນໜ້ານັ້ນ ແລະ ທ່ານໃຫ້ຮູ້ວ່າ: 2 ຝ່າຍໄດ້ຊອກຮູ້, ຍົກອອກການກຳນົດທິດຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ.
ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Dorj Enkhbat, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ມົງໂກນ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດໜ້າທີ່ການທູດຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ Dorj Enkhbat ໃນອາຍຸການປະຕິບັດງານຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຖືວ່າ ບັນດາໝາກຜົນນັ້ນປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບ ແລະ ເປັນມູນເຊື້ອລະຫວ່າງ 2 ປະເທດ, ເຮັດໃຫ້ການພົວພັນລະຫວ່າງ 2 ປະເທດມີບາດກ້າວພັດທະນາໃໝ່ໃນບັນດາຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ ແລະ ການພົວພັນແລກປ່ຽນປະຊາຊົນ.
ທ່ານເອກອັກຄະລັດຖະທູດ Dorj Enkhbat ກໍ່ຂອບອົບຂອບໃຈລັດຖະບານ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ສ້າງເງື່ອນໄຂສະດວກຊ່ວຍທ່ານປະຕິບັດສຳເລັດໜ້າທີ່ໃນໄລຍະຜ່ານມາ, ປະກອບສ່ວນຊຸກຍູ້ການພົວພັນອັນດີງາມລະຫວ່າງ 2 ປະເທດ. ທ່ານ Dorj Enkhbat ໃຫ້ຮູ້ວ່າ ຈະມານະພະຍາຍາມເພື່ອສືບຕໍ່ປະກອບສ່ວນເຂົ້າໃນການພົວພັນອັນດີງາມລະຫວ່າງ 2 ປະເທດ.