ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
(vovworld) – ຕອນເຊົ້າວັນທີ 17/10 ຢູ່ແຂວງ ລອງອານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມກັບທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ເປັນປະທານກອງປະຊຸມສົ່ງເສີມການລົງທຶນເຂົ້າແຂວງ ລອງອານ 2016 ດ້ວຍຫົວຂໍ້: ການຮ່ວມມື - ພັດທະນາແບບຍືນຍົງ. ກ່າວຄຳເຫັນທີ່ກອງປະຊຸມ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ເພື່ອສືບຕໍ່ດຶງດູດການລົງທຶນໃນໄລຍະຈະມາເຖິງ ແຂວງ ລອງອານຕ້ອງສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດ. ອຳນາດການປົກຄອງແຂວງ ລອງອານ ຕ້ອງຄຸ້ມຄອງເປັນຢ່າງດີ ແຕ່ຕ້ອງມີຄວາມໂປ່ງໃສສັດຊື່ບໍລິສຸດ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດ. ຖືຄວາມເພິ່ງພໍໃຈຂອງປະຊາຊົນ ແລະ ວິສາຫະກິດເປັນໄມ້ຫຼາວັດແທກວຽກງານຢ່າງມີປະສິດທິຜົນ. ບົນຈິດໃຈນັ້ນ ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ:
“ແຂວງຕ້ອງສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຍູ້ແຮງການເຈລະຈາກັບວິສາຫະກິດ ປະຕິບັດການສ້າງລັດຖະບານໃຫ້ເປັນລັດຖະບານກໍ່ສ້າງ ເພື່ອໃຫ້ວິສາຫະກິດເຂົ້າມາລົງທຶນ. ດ້ວຍເຫດນັ້ນ ຕ້ອງເພີ່ມທະວີການເຈລະຈານະໂຍບາຍ ເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະ ຂໍ້ຕິດຂັດໃຫ້ນັກລົງທຶນ.”
ແຂວງ ລອງອານ ແມ່ນຈຸດພົ້ນເດັ່ນໃນການດຶງດູດການລົງທຶນ ເມື່ອຢືນອັນດັບໜຶ່ງໃນເຂດທົ່ງພຽງແມ່ນ້ຳຂອງ ແລະ ເປັນອັນດັບທີ 13 ຂອງທົ່ວປະເທດກ່ຽວກັບການດຶງດູດການລົງທຶນ. ແຂວງມີທ່າແຮງຫລາຍຢ່າງຄື: ແມ່ນນອນໃນລະຫວ່າງກາງ 2 ເຂດເສດຖະກິດໃຫຍ່ຂອງປະເທດ ນັ້ນແມ່ນເຂດກະສິກຳໃຫຍ່ຂອງເຂດທົ່ງພຽງແມ່ນ້ຳຂອງ ແລະ ເຂດອຸດສາຫະກຳໃຫຍ່ຂອງບັນດາແຂວງຄື: ບີງເຢືອງ, ນະຄອນໂຮ່ຈີມິນ…