ນາຍົກລັດຖະມົນຕີຫງວຽນຊວັນຟຸກເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງແຂວງກວ໋າງຫງາຍຄືນໃໝ່

(VOVWORLD) -ຕອນຄ່ຳວັນທີ 02 ກໍລະກົດ, ຢູ່ນະຄອນກວ໋າງຫງາຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງແຂວງກວ໋າງຫງາຍ ຄືນໃໝ່ (01 ກໍລະກົດ 1989 – 01/07/2019) ແລະ ຮັບຫຼຽນໄຊເອກະລາດຊັ້ນໜຶ່ງ.
ນາຍົກລັດຖະມົນຕີຫງວຽນຊວັນຟຸກເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງແຂວງກວ໋າງຫງາຍຄືນໃໝ່ - ảnh 1 (ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງແຂວງກວ໋າງຫງາຍ ຄືນໃໝ່)

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽນຊວັນຟຸກ ເນັ້ນໜັກວ່າ, ແຂວງກວາງຫງ້າຍ ດ້ວຍທີ່ຕັ້ງພູມສາດ ແລະ ເງື່ອນໄຂທຳມະຊາດເອື້ອອຳນວຍຄວາມສະດວກ, ສາມາດກາຍເປັນສູນອຸດສາຫະກຳຂອງພາກກາງ ແລະ ທົ່ວປະເທດ.

        “ພ້ອມກັບລັດຖະບານ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຄົ້ນຄວ້າຕະຫຼາດ, ສ້າງຮູບແບບຄືນໃໝ່ ແລະ ສຸມໃສ່ຊຸກຍູ້ບັນດາລະບົບສະພາບແວດລ້ອມດ້ານອຸດສາຫະກຳໜັກ, ອຸດສາຫະກຳເບົາ ແລະ ອຸດສາຫະກຳສະໜັບສະໜູນໃນເຂດເສດຖະກິດລວມ ຢຸງກວ໊ດ. ສຳຄັນທີ່ສຸດແມ່ນຕ້ອງໃຫ້ບຸລິມະສິດດຶງດູດບັນດາວິສາຫະກິດນຳໜ້າໃຫ້ແກ່ຂະແໜງກັ່ນຕອງນ້ຳມັນ, ຫຼອມເຫຼັກ, ຂະແໜງໄຟຟ້າ, ເອເລັກໂຕນິກ, ວັດສະດຸເຕັກໂນໂລຊີສູງ… ພັດທະນາຂະແໜງອຸດສາຫະກຳກ້າວໜ້າໂດຍອີງໃສ່ພື້ນຖານປ່ຽນແປງໃໝ່ປະດິດຄິດສ້າງ, ເຕັກໂນໂລຊີໃໝ່ ແລະ ການສົມທົບກັບຢ່າງກົມກຽວລະຫວ່າງວິສາຫະກິດທ້ອງຖິ່ນ ແລະ ວິສາຫະກິດ FDI ໃນການສ້າງຕັ້ງ ແລະ ກຳນົດລະບົບມູນຄ່າຢູ່ພາກພື້ນ ແລະ ສາກົນ.”

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 02 ກໍລະກົດ, ຢູ່ແຂວງກວ໋າງຫງາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງກວ໋າງຫງາຍ. ນີ້ແມ່ນເຫດການເພື່ອໃຫ້ແຂວງກວ໋າງຫງາຍ ແນະນຳເຖິງບັນດານັກລົງທຶນກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ