ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມເວທີປາໄສເຂດທົ່ງພຽງແມ່ນຳ້ຂອງປິ2016

ນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມເວທີປາໄສເຂດທົ່ງພຽງແມ່ນຳ້ຂອງປິ2016 - ảnh 1
ທ່ານ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີໄຂ

(vovworld) – ​​ເວທີ​ປາ​ໄສ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ທາງ​ພາກ​ໃຕ້ ຫວຽດນາມ ປີ 2016 ດ້ວຍ​ຫົວ​ຂໍ້​ວ່າ “​ເພື່ອ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ທາງ​ພາກ​ໃຕ້ ຫວຽດນາມ ວັດ​ທະນາ​ຖາວອນ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 27/6, ຢູ່​ນະຄອນ ​ໂຮ່ຈີ​ມິນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ. ທີ່​ເວທີ​ປາ​ໄສ, ບັນດາ​ຜູ​​້​ແທນ​ໄດ້ປຶ​ກສາ​ຫາລື​ກ່ຽວ​ກັບ​ບັນດາ​ກາລະ​ໂອກາດ ​ແລ​ະ ສິ່ງ​ທ້າ​ທາຍ​ສຳລັບ​ເຂດ​ທົ່ງພຽງ​ແມ່​ນຳ​້ຂອງ​ທາງ​ພາກ​ໃຕ້ ຫວຽດນາມ​ຕໍ່ໜ້າ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພ້ອມ​ທັງ​ຍົກ​ອອກ​ບັນດາ​ມາດ​ຕະການ​ຊ່ວຍ​​ໃຫ້​ເຂດ​ນີ້​ພັດທະນາ. ກ່າວ​ຄຳ​ເຫັນ​ໄຂ​ເວທີ​ປາ​ໄສ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ​ເຂດ​ທົ່ງພຽງ​ແມ່​ນຳ​້ຂອງ​ທາງ​ພາກ​ໃຕ້ ຫວຽດນາມ ພວມ​ມຸ່ງ​ໄປ​ເຖິງການ​ກາຍ​ເປັນ​ເຂດ​ມີ​ພື້ນຖານ​ເສດຖະກິດ​ກະສິກຳ​ທີ່ສະຫຼາດ​ສ່ອງ​ໄສ, ຍືນ​ຍົງ, ມີມຸນ​ຄ່າ​ເພີ່ມ​ສູງ​ຂອງ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ​ໃນ​ອະນາຄົດ​ແມ່ນ ອາຊີ… ​ເມື່ອ​ເຕື້ອງ​ເຖິງ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ກັບ​ບັນດາ​ຄູ່​ຮ່ວມ​ມື​ພັດທະນາ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ສຳຄັນ​ກັບ​ທະນາຄານ​ໂລກ (WB), ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ສະ​ເໜີ​ວ່າ:

        “ທະນາຄານ​ໂລກ​ຕ້ອງ​ເປີດ​ກ້ວາງ​ການ​ສະໜອງ​ສິນ​ເຊື່ອ​ບຸລິມະສິດ​ຕາມ​ມາ​ດຕະຖານ​ສູງ​ສຸດ, ​ເວລາ​ປ່ອຍ​ເງິນ​ໄວ​ທີ່​ສຸດ ພ້ອມ​ກັບ​ບັນດາ​ການ​ໜູນ​ຊ່ວຍ​ດ​້ານ​ເຕັກນິກ ​ແລະ ບົດຮຽນ​ໃນ​ການ​ເຕີບ​ໂຕ​ກຳລັງ​ຄວາມ​ສາມາດ​ຄາດ​ຄະ​ເນ, ກ່າວ​ເຕືອນ, ຕີ​ລາຄາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ກ່ຽວ​ກັບ​ໜ້າ​ນຳ້, ນຳ້​ໃຕ້​ດິນ, ກໍລະນີ​ດິນ​ເຊາະເຈືອ​ນ. ສ້າງ​ເຄືອ​ຂ່າຍ​ຕິດຕາມ​ກວດກາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ​ແລະ ນຳ້​ທະ​ເລ​ຂຶ້ນ, ກຳນົດ​ລາຍການ​ພັດທະນາ​ທົ່ວ​ເຂດ​ໃຫ້​ສ​ົມບູນ​ແບບ… ​ໄປ​ຄຽງ​ຄູ່​ກັນ​ນັ້ນ, ພັດທະນາ​ບັນດາ​ປັດ​ໄຈ​ພື້ນຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນ​ເພື່ອ​ແນ​ໃສ່​ປັບປຸງກຳລັງ​ຄວາມ​ສາມາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​​ໃຫ້​ດີ​ທີ່​ສຸດ, ​ໄວ​ທີ່​ສຸດ ​ແລະ ບັນດາ​ໜ້າ​ທີ່​ໃຫ​້ບັນດາ​ນະຄອນ​ເຂດ​ທົ່ງ​ພຽງ​ແມ່​ນຳ້ຂອງ​ທາງ​ພາກ​ໃຕ້ ຫວຽດນາມ.”                                  



ຂ່າວ/ບົດ​ອື່ນ