ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ສະໜາມບິນ
|
(vovworld) – ຕອນຄ່ຳວັນທີ 17/1, ຕາມເວລາ ຫວຽດນາມ, ປະມານ 5 ໂມງແລງເວລາສະວິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປເຖິງສະໜາມບິນສາກົນ Zurich, ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 47 ເວທີປາໄສເສດຖະກິດ ໂລກ (WEF) ແຕ່ວັນທີ 17 ຮອດວັນທີ 21/7/2017 ຕາມຄຳເຊື້ອເຊີນຂອງທ່ານ Klaus Schwab, ປະທານ WEF. ໃນການຕ້ອນຮັບທ່ານນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນທີ່ສະໜາມບິນມີທ່ານ ຟ້າມຫາຍບັ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະວິດ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ເຢືອງຈີ໋ຢູ້ງ ພ້ອມກັບພະນັກງານສະຖານທູດ ຫວຽດນາມ ປະຈຳ ສະວິດ, ຄະນະຜູ້ແທນ ຫວຽດນາມ ປະຈຳ ເຊີແນວ.
ຕາມລາຍການເຮັດວຽກທີ່ຄາດຄະເນແລ້ວ, ທ່ານນາຍົກລັດຖະມົນຕີຈະເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະຂອງກອງປະຊຸມຄັ້ງຕ່າງໆ. ຄາດວ່າ, ທ່ານນາຍົກລັດຖະມົນຕີ ກໍ່ຈະມີບັນດາການພົບປະສອງຝ່າຍຄືກັບ ທ່ານ Klaus Schwab, ປະທານ WEF, ທ່ານ Doris Leuthard, ປະທານາທິບໍດີ ສະວິດ ແລະ ການນຳຫຼາຍປະເທດເຂົ້າຮ່ວມກອງປະຊຸມ, ພົບປະການນຳບາງອົງການສາກົນ ແລະ ກຸ່ມບໍລິສັດໃຫຍ່ໃນໂລກຫຼາຍແຫ່ງ.