ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີຣົບປະຈຳຫວຽດນາມ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ
ຕ້ອນຮັບທ່ານ Bruno Angelet
(ພາບ: VGP/ NhatBac)
(vovworld) – ຕອນບ່າຍວັນທີ 24/11/2015, ຢູ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Bruno Angelet ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບ ເອີຣົບ (ອີຢູ) ປະຈຳ ຫວຽດນາມ. ຊົມເຊີຍທ່ານ Bruno Angelet ໄດ້ຮັບຄວາມໄວ້ວາງໃຈແຕ່ງຕັ້ງເປັນເອກອັກຄະລັດຖະທູດ ອີຢູ ພາຍຫລັງສິ້ນສຸດອາຍຸການເປັນເອກອັກຄະລັດຖະທູດ ລາຊະອານາຈັກ ແບນຊິກ ປະຈຳ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ເນັ້ນໜັກວ່າ: ການພົວພັນ ຫວຽດນາມ - ສະຫະພັນ ເອີຣົບ ພວມພັດທະນາອັນດີງາມທີ່ສຸດ ແລະ 2 ຝ່າຍຫາກໍສິ້ນສຸດການເຈລະຈາສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA). ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ເນັ້ນໜັກວ່າ: ຫວຽດນາມ ຖືເປັນສຳຄັນທີ່ສຸດ ແລະ ປາດຖະໜາຢາກພ້ອມກັບ ອີຢູ ເພີ່ມທະວີການພົວພັນກັບ ອີຢູ ຢ່າງແຂງແຮງ ແລະ ຮອບດ້ານກ່ວາອີກ. ສ່ວນທ່ານ Bruno Angelet ຢືນຢັນວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງ ອີຢູ ໃນ ອາຊຽນ, ທ່ານເອກອັກຄະລັດຖະທູດ ຖືວ່າ: ການຮ່ວມມືລະຫວ່າງ 2 ຝ່າຍໃນໄລຍະຈະມາເຖິງ ຈະບໍ່ພຽງແຕ່ຢຸດຢູ່ໃນດ້ານເສດຖະກິດ, ການຄ້າ, ການລົງທຶນເທົ່ານັ້ນ ຫາກຍັງເປີດກ້ວາງສູ່ການຮ່ວມມືດ້ານການເມືອງ, ການທູດ, ການປ້ອງກັນຄວາມສະຫງົບ ຊຶ່ງແມ່ນ - ບັນດາປັດໃຈທີ່ມີລັກສະນະຍຸດທະສາດ.