ນາຍົກລັດຖະມົນຕີຫງວຽນເຕີນຢຸງຕ້ອນຮັບຮອງຜູ້ອຳນວຍການ IMF

ນາຍົກລັດຖະມົນຕີຫງວຽນເຕີນຢຸງຕ້ອນຮັບຮອງຜູ້ອຳນວຍການ IMF - ảnh 1
ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ
ຕ້ອນຮັບຮອງຜູ້ອຳນວຍການ IMF
(ພາບ: dantri.com.vn)


​(vovworld) - ຕອນ​ບ່າຍ​ວັນ​ທີ 12/06, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Mitsihiro Furusawa, ຮອງ​ຜູ້ອຳນວຍການ​ກອງ​ທຶນ​ເງິ​ນຕາ​ສາກົນ (IMF) ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ.

    ທີ່​ການ​ຕ້ອນຮັບ, ທ່ານ​ນາຍ​ົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໃຫ້​ຮູ້​ວ່າ, ຄາດໝາຍ​ຂອງ​ຫວຽດນາມ​ແມ່ນ​ພັດທະນາ​ເສດຖະກິດ​ຢ່າງ​ໄວ ​ແລະ ຍືນ​ຍົງ ຕິດ​ພັນ​ກັບ​ການ​ຮັບປະກັນ ​ແລະ ຄວບ​ຄຸມ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ; ​ການ​ເຕີບ​ໂຕ​ດ້ານ​​ເສດຖະກິດ ​ໄປ​ພ້ອມ​ກັບ​ລະ​ດັບ​ຄວາມ​ຄືບ​ໜ້າ, ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ… ​ເພື່ອບັນລຸ​ໄດ້​ຄາດໝາຍ​ດັ່ງກ່າວ, ລັດຖະບານ​ຫວຽດນາມ ​ໄດ້ ​ແລະ ພວມ​ສືບ​ຕໍ່​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ບັນດາ​ເສົາ​ຄ້ຳນະ​ໂຍບາຍ​ທີ່​ໄດ້​ກຳ​ນົດ​ໄວ້, ​ໃນ​ນັ້ນ​ສຸມ​ໃສ່​ເຂົ້າ​ໃນ​ການ​ປະຕິບັດ​ກົນ​ໄກ​ການ​ຕະຫຼາ​ດ​ໃຫ້​ສຳ​ເລັດຜົນ, ​ເປັນ​ເຈົ້າ​ການ​ເຊື່ອມ​​ໂຍງ​ເຂົ້າກັບ​ພື້ນຖານ​ເສດຖະກິດ​ໂລກ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ.

      ສ່ວນທ່ານ Mitsihiro Furusawa ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ການ​ຮ່ວມ​ມື​ອັນ​ດີງາມ​ກັບຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ຢືນຢັນ​ວ່າ ຍາມ​ໃດ IMF ກໍກ່ຽ​ມພ້ອມ​ການ​ໜູນ​ຊ່ວຍ​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ໃຫ້​ຄຳ​ປຶກສາ​ດ້ານ​ນະ​​ໂຍບາຍ, ໜູນ​ຊ່ວຍ​ດ້ານ​ເຕັກນິກ ​ແລະ ຍົກ​ສູງ​ກຳລັງ​ຄວາມ​ສາມາດ.

ຂ່າວ/ບົດ​ອື່ນ