ນາຍົກລັດຖະມົນຕີຫງວຽນເຕີນຢຸງພົບປະກັບວິສາຫະກິດຢູ່ກາຊັກສຖານ

ນາຍົກລັດຖະມົນຕີຫງວຽນເຕີນຢຸງພົບປະກັບວິສາຫະກິດຢູ່ກາຊັກສຖານ - ảnh 1
(ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ
ພົບປະກັບວິສາຫະກິດຢູ່ກາຊັກສຖານ)


​(vovworld) - ຕອນ​ຄໍ່າ​ວັນ​ທີ 30/05, ຕາມ​ເວລາ​ຫວຽດນາມ, ທ່າ​ນນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພ້ອມກັບ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ຫວຽດນາມ ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫຼວງ Astana, ສິ້ນ​ສຸດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ກາຊັກສຖານ ​ແລະ ​ເດີນທາງ​ໄປ ອານ​ເຊຣີ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ປະ​ເທດ​ນີ້​ຢ່າງ​ເປັນ​ທາງ​ການ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ Abdelmalek Sellal.

        ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 30/05, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ການ​ພົບ​ປະ​ກັບ​ປະຊາ​ຄົມ​ວິ​ສາ​ຫະກິດ​ຫວຽດນາມ ພວມ​ດຳ​ເນີນ​ທຸລະ​ກິດ​ພາຍ​ໃນ​ປະ​ເທດ ​ແລະ ຢູ່​ບັນດາ​ປະ​ເທດ​ສະມາຊິກ​ສະຫະພັນ​ເສດຖະກິດ​ອາຊີ-​ເອີ​ລົບ, ​ເນື່ອງ​ໃນ​ໂອກາດ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນສະຫະພັນ​ເສດຖະກິດ​ອາຊີ-​ເອີ​ລົບ ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ (FTA). ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີຊີ້​ແຈ້ງວ່າ, FTA ​ແມ່ນ​ບ້າ​ດກ້າວ​ສຳຄັນ, ນຳ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​, ມິດຕະພາບ​ອັນ​ດີງາມ ​ແລະ ນູນຊ່ວຍ​ເຊິ່ງກັນ ​ແລະ ກັນ ພ້ອມ​ກັນ​ພັດທະນາ. ​ທ່ານ​ນາຍົກລັດຖະມົນຕີ​ ຊີ້​ແຈ້ງວ່າ.

        “ຕະຫຼາ​ດ EU ມີ​ຄວາມ​ຕ້ອງການ​ສູງ, ມາດຕະຖານ​ກ່ຽວ​ກັບ​ຫຼັກອະນາ​ໄມດ້ານ​ສະບຽງ​ອາຫານ ​ແມ່ນ​ຮົ້ວ​ກີດຂວາງ​ດ້ານ​ເຕັກນິກ​ເພື່ອ​ຮັບປະກັນ​ຫຼັກອະນາ​ໄມດ້ານສະບຽງອາຫານ. ສະ​ນັ້ນ, ​ເມື່ອ​ເຫັນ​ໄດ້​ຄວາມ​ສະດວກ ພວກ​ເຮົາ​ກໍ່​ຕ້ອງ​ເຫັນ​ໄດ້​ຄວາມຫຍຸ້ງຍາກ ​ແລະ ພວມ​ເຮົາ​ຈະ​ພ້ອມ​ກັນ​ເສີມ​ຂະຫຍາຍ​ຂໍ້​ສະດວກ, ​ແກ້​ໄຂ​ບັນດາ​ສິ່ງ​ຈຳກັດ, ອ່ອນ​ດ້ວຍ, ຄວາມ​ຫຍຸ້ງຍາກ​ຂອງ​ຕົນ ​ເພື່ອ​ຊຸກຍູ້​ການ​ຜະລິດ​ຢູ່ພາຍ​ໃນປະ​ເທດ, ຍູ້​ແຮງ​ການ​ສົ່ງ​ອອກ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ​ຊາດ”.

ຂ່າວ/ບົດ​ອື່ນ