ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດອາຊຽນ-ອາເມລິກາ

ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດອາຊຽນ-ອາເມລິກາ - ảnh 1
ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງເຂົ້າຮ່ວມກອງ
ປະຊຸມຂັ້ນສູງພິເສດອາຊຽນ-ອາເມລິກາ
(ພາບ: ອິນເຕີແນດ)

 (vovworld) – ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama, ຕອນ​ບ່າຍ​ວັນ​ທີ 14/2, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ​ໄດ້ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ເດ​ີນທາງ​ອອກ​ຈາກ ຮ່າ​ໂນ້ຍ ​ໄປ California, ອາ​ເມ​ລິ​ກາ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ ​ເຊິ່ງ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່ສູນ Sunnylands, ລັດ California ໃນ​ລະຫວ່າງ​ວັນ​ທີ 15 – 16/02/2016.

ຄາດ​ວ່າ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ພ້ອມ​ກັບ​ບັນດາ​ການ​ນຳ​ອາ​ຊຽນ ​ແລະ ປະທານາທິບໍດີ Barack Obama ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​ເພາະ​ຫົວ​ເລື່ອງ​ຕ່າງໆ ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຊຸກຍູ້​ປະຊາ​ຄົມ​ເສດຖະກິດ ອາ​ຊຽນຕາມ​ທິດ​ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ດຳ​ເນີນ​ທຸລະ​ກິດ; ປົກ​ປັກ​ຮັກສາ​ສັນຕິພາບ, ຄວາມ​ວັດທະນາ​ຖາວອນ ​ແລະ ຄວາມ​ປອດ​ໄພ​ຢູ່​ອາຊີ​ປາຊີ​ຟິກ, ພິ​ເສດ​ແມ່ນ​ບັນຫາ​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ການ​ຕ້ານ​ກໍ່​ການ​ຮ້າຍ ​ແລະ​ການ​ທ້າ​ທາຍ​ລະຫວ່າງ​ຊາດ ກໍ່​ຄື​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ຍຸດ​ທະ​ສາດ​ຢູ່​ພາກ​ພື້ນ..

ການ​ມີໜ້າ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາຖະໜາ​ຢາກ​ປະກອບສ່ວນ​​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ອາ​ເມ​ລິ​ກາ ປະກົດ​ຜົນ​ເປັນ​ຈິງ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບ​ສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ສອງ​ຝ່າຍ​ລະຫວ່າງ​ ຫວຽດນາມ - ອາ​ເມ​ລິ​ກາອີກ​ດ້ວຍ. ພິ​ເສດ​ແມ່ນ​​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ ​ແລະ ການ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ດ້ານ​ການ​ຄ້າ​ເສລີ, ​ເປັນ​ຕົ້ນ​ແມ່ນ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP).

ຂ່າວ/ບົດ​ອື່ນ