ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຂົ້າຮ່ວມເວທີປາໄສເສດຖະກິດທະເລLisbon

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຂົ້າຮ່ວມເວທີປາໄສເສດຖະກິດທະເລLisbon - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ
Lisbon
(ພາບ: Đức Tám/TTXVN)

(​vovworld) – ຕອ​ນ​ເຊົ້າ​ວັນ​ທີ 5/6, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລັດ​ຖະ​ບານ ຫວຽດ​ນາມ ໄປ​ຮອດ​ນະ​ຄອນຫຼວງ Sofia, ເລີ່ມ​ຕົ້​ນ​ການ​ຢ້ຽມ​ຢາມ ສ. ບູນ​ກາ​ຣີ ຢ່າງ​ເປັນ​ທາງ​ການ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Boico Borisov.

        ກ່ອນ​ໜ້ານັ້ນ, ຕອ​ນ​ບ່າຍ​ວັນ​ທີ 4/6, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປອກ​ຕູຍ​ການ Pedro Passos Coelho ເຂົ້າ​ຮ່ວມ​ພິ​ທີ​ໄຂ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ທະ​ເລ Lisbon.

        ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕ​ີນ​ຢູ້ງ ເນັ້ນ​ໜັກ​ວ່າ: ດ້ວຍ​ບັນ​ດາ​ຈຸດ​ທີ່​ຄ້າຍ​ຄື​ກັນ ແລະ ພ້ອມ​ກັນ​ຕິດ​ພັນ​ກັບ​ທະ​ເລ, ການ​ຮ່ວມ​ມື​​ດ້ານ​ເສ​ດ​ຖະ​ກິດ​ທະ​ເລ​ແມ່ນ​ຂົງ​ເຂດ​ມີ​ຄວາມ​ສາ​ມາ​ດ​ບົ່​ມ​ຊ້ອນ​ເພື່ອ​ກາຍ​ເປັນ​ປັດ​ໄຈ​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ປອກ​ຕູຍ​ການ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຢັ້ງ​ຢືນ​ວ່າ:

        “ພວກ​ເຮົາ​ບໍ່​ສາ​ມາດ​ຮ່ວມ​ມື​ເສດ​ຖະ​ກິດ​ທະ​ເລ​ສຳ​ເລັດ​ຜົນ​ຖ້າ​ຫາກ​ຄວາມ​ສະ​ຫງົບ, ຄວາມ​ປອດ​ໄພ, ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ​ຖືກ​ນາບ​ຂ​ູ່. ປະ​ຈຸ​ບັນ, ປະ​ມານ 50% ປະ​ລິ​ມານ​ສິນ​ຄ້າ​​ແມ່ນໄດ້​ຮັບ​ການ​​ຂົນ​ສົ່ງ​ທາງ​ທະ​ເລ​ລະ​ຫວ່າງ​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອກັບ ເອີ​ລົບ. ເປັນ​ໜ້າ​ເສຍ​ດາຍ, ຢູ່​ທະ​ເລ​ຕາ​ເວັນ​ອອກ​ຂອງ ຫວຽດ​ນາມ, ພວມ​ເກີດ​ການ​ເຄື່ອນ​ໄຫວ​ກໍ່​ສ້າງ, ເປີດ​ກ້​ວາງ​ເກາະ ແລະ ກໍ່​ສ້າງຫຼາຍ​ກິດ​ຈະ​ກຳ​ດ້ວຍ​ຂອບ​ຂະ​ໜ​າດ​ໃຫຍ່​​ຢ່າງຜິດ​ກ​ັບ​ກົດ​ໝາຍ​ສາ​ກົນ​, ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ແລະ ບັນ​ດາ​ຂໍ້​ຕົກ​ລົງ​ໃນ​ພາກ​ພື້ນ… ປະ​ຊາ​ຄົມ​ໂລກ​ຕ້ອງ​ສືບ​ຕໍ່​ອອກ​ສ​ຽງ​ຄັດ​ຄ້ານ​ຢ່າງ​ແຮງ ຮຽກ​ຮ້ອງ​ຢຸດ​ຕິ​ບັນ​ດາ​ການ​ກະ​ທຳ​ຜິດ​ກົດ​ໝາຍ​ໃນ​ທັນ​ທີ, ແກ້​ໄຂ​ທຸກໆ​ຄວາມ​ຂັດ​ແຍ້ງ​ກັນ​ດ້ວຍ​ສັນ​ຕິ​ວິ​ທີ, ເຄົາ​ລົບ ແລະ ປ​ະ​ຕິ​ບັດ​ກົດ​ໝາຍ​ສາ​ກົນ, ພິ​ເສດ​ແມ່ນ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ກໍ່​ຄື​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC),  ບໍ່​ກໍ່​ໃຫ້​ເກີດມີ​ການ​ກະ​ທຳ​ກໍ່​​ທີ່ສັບ​ສົນ ກໍ່​ຄືເປ​ີດ​ກ້​ວາງ​ຄວາມ​ຂັດ​ແຍ້ງ​​ກັນເພື່ອ​ສັນ​ຕິ​ພາບ ແລະ ຜົນ​ປະ​ໂຫຍດ​ລວມ​ຂອງ​ທົ່ວ​ໂລກ.”


ຂ່າວ/ບົດ​ອື່ນ