ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເປັນເຈົ້າພາບຈັດຕັ້ງງານລ້ຽງຊົມເຊີຍປະຊາຄົມອາຊຽນແລະປີໃໝ່ປີວອກ2016

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເປັນເຈົ້າພາບຈັດຕັ້ງງານລ້ຽງຊົມເຊີຍປະຊາຄົມອາຊຽນແລະປີໃໝ່ປີວອກ2016 - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ແລະ ບັນດາຜູ້ແທນເຂົ້າຮ່ວມງານລ້ຽງ
(ພາບ: Đức Tám - TTXVN)

(vovworld) –  ​ຕອນ​ຄຳ່​ວັນ​ທີ 10/1, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ແລະ ພັນ​ລະ​ຍາ​ໄດ້​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ງານ​ລ້ຽງ​ຊົມ​ເຊີຍ​ປະຊາ​ຄົມ ອາ​ຊຽນ ​ແລະ ປີ​ໃໝ່​ປີວອກ 2016. ກ່າ​ວຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຢັ້ງຢືນ​ວ່າ: ປີ 2015 ​ແມ່ນ​ປີ​ຂີດ​ໝາຍ ຫວຽດນາມ ປະຕິບັດ​ສຳ​ເລັດ​ໄລຍະ​ທາງ 5 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ແນວທາງ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ ​ແລະ ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ໄລຍະ 2011 – 2015 ດ້ວຍ​ບັນດາ​ຜົນງານ​ພົ້ນ​ເດັ່ນ, ພິ​ເສດ​ແມ່ນ​ເສດຖະກິດ​ມະຫາ​ພາກ​ໄດ້​ຮັບ​ການຮັບ​ປະກັນ​ໂດ​ຍພື້ນຖານ, ​ໄພ​ເງິນ​ເຟີ້​ໄດ້​ຄວບ​ຄຸມ, ການ​ເຕີບ​ໂຕ GDP ບັນລຸ​ເກືອບ 6,7%, ​​ເຊິ່​ງ​ແມ່ນ​ລະດັບ​ສູງ​ສຸດ​ໃນ 5 ປີ​ຜ່າ​ນມາ. ຫວຽດນາມ ກໍ່​ໄດ້​ເປັນ​ເຈົ້າ​ການ​ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຈຸດ​ສຸມ​ແມ່ນ​ເຊື່ອມ​ໂຍງ​ເສດຖະກິດ. ຫວຽດນາມ ​ໄດ້​ເຊັນ​ສັນຍາ​ການ​ຄ້າ​ເສລີ (FTA) 10 ສະບັບ​ກັບ​ບັນດາ​ຄູ່​ຮ່ວມ​ມື. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຢັ້ງຢືນ​ວ່າ:

        “ການ​ພົວພັນ​​ຕ່າງປະ​ເທດຂອງ ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກ້ວາງ, ສ້າ​ງຕັ້ງບັນດາ​ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ກັບ​​ບັນດາ​ປະ​ເທດ​ເກືອບທັງ​ໝົດໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ, ຍູ້​ແຮງ​ການ​ຮ່ວມ​ມື​ມິດ​ຕະພາບ​ບົນ​ພື້ນຖານ​ເຄົາລົບ​ເອກະລາດ​ອະທິປະ​​ໄຕ, ຜົນ​ປະ​​ໂຫຍ​ດ​ອັນເປັນ​ທຳ​ຂອງ​ກັນ, ​ເຄົາລົບ​ກົດໝາຍ​ສາກົນ. ຜ່ານ​ນັ້ນ, ທີ່​ຕັ້ງ​ບົດບາດ​ຂອງ​ປະ​ເທດ​​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ຫວຽດນາມ ນັບ​ມື້​ນັບ​ເປ​ັນ​ເຈົ້າ​ການ​ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ສັນຕິ​ພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.”

                              


ຕອບກັບ

ຂ່າວ/ບົດ​ອື່ນ