ນາຍົກລັດຖະມົນຕີຫວຽດນາມພົບປະສອງຝ່າຍກັບບັນດາປະມຸກລັດຢູ່ນອກກອງປະຊຸມສຸດຍອດຈີ7


ນາຍົກລັດຖະມົນຕີຫວຽດນາມພົບປະສອງຝ່າຍກັບບັນດາປະມຸກລັດຢູ່ນອກກອງປະຊຸມສຸດຍອດຈີ7 - ảnh 1

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກພົບ​ປະ​ກັບ​ປະທານາທິບໍດີ ຝລັ່ງ Francois Hollande

(vovworld) - ວັນ​ທີ 27/5, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ປະທານາທິບໍດີ ຝລັ່ງ, ນາຍົກລັດຖະມົນຕີ ກາ​ນາ​ດາ, ປະທານ​ຄະນະ​ກຳມະການ​ເອີ​ລົບ (ອີ​ຊີ) ​ແລະ ປະທານ​ສະພາ​ເອີ​ລົບ. ທີ່​ບັນດາ​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ, ລັດຖະບານ ຫວຽດນາມ​ຕັດສິນ​ໃຈ​​​ເຮັດໃຫ້ການ​ພົວພັນນັບ​ມື້​ນັບ​ເລິກ​ເຊິ່ງ, ​​ແທດ​ຈິງ, ພິ​ເສດ​ແມ່ນ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ. ທ່ານ​ນາຍົກລັດຖະມົນຕີຫວັງວ່າ, ບັນດາ​ປະ​ເທດ ​ແລະ ຄູ່​ຮ່ວມ​ມື​ຕ່າງໆ​ຈະ​ໜູນ​ຊ່ວຍ ຫວຽດນາມ​ເພີ່ມ​ທະວີ​ບົດບາດ ​ແລະ ຄວາມ​ຮັບຜິດຊອບ​ຢູ່​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊົມ​ເຊີຍ​ບັນດາ​ປະ​ເທດ​ໄດ້​ມີ​ຫຼັກ​ໝັ້ນ​ຢ່າງ​ຕັ້ງໜ້າ, ສະໜັບສະໜູນ ຫວຽດນາມ ​ແລະ ອາ​ຊຽນ​ໃນ​ການ​ແກ້​ໄຂ​ບັນດາ​ຄວາມຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຮັບປະກັນ​ຄວາມ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ປະກອບສ່ວນຮັກ​ສາ​ສັນຕິພາບ, ສະຖຽນ​ລະ​ພາບ, ​ຄວາມ​ວັດທະນາ​ຖາວອນ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

        ທີ່​ການ​ພົບ​ປະ​ກັບ​ປະທານາທິບໍດີ ຝລັ່ງ Francois Hollande, ການ​ນຳ​ທັງ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຕໍ່​ບັນດາ​ມາດ​ຕະການ​ຊຸກຍູ້​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ COP21 ຢ່າງ​ມີ​ປະສິດທິ​ຜົນ.

        ທີ່​ການ​ພົບ​ປະ​ກັບ​ທ່ານ Justin Trudeau, ນາຍົກລັດຖະມົນຕີ ກາ​ນາ​ດາ. ທ່ານ ນາຍົກລັດຖະມົນຕີ ກາ​ນາ​ດາ ຢືນຢັນ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ, ລົງທຶນ​ໃຫ້ ຫວຽດນາມ ​ເພື່ອ​ນຳ​ມາ​ເຊິ່ງກາລະ​ໂອກາດ​ພັດທະນາ​ໃໝ່​ໃຫ້ ຫວຽດນາມ; ກໍ່​ຄື​ສະໜັບສະໜູນ ຫວຽດນາມ​ເປັນ​ກຳມະການ​ບໍ່​ປະຈຳການ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ອາຍຸ​ການ 2020-2021; ໝັ້ນ​ໝາຍ​ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ ​ເພື່ອ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ​ປະຈຳ ກາ​ນາ​ດາ​ປະກອບສ່ວນ​ຫຼາຍ​ກວ່າ​ອີກ​ເຂົ້າ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

        ທີ່​ການ​ພົບ​ປະ​ກັບ​ທ່ານ Jean-Claude Huncker ປະ​ທານ ອີ​ຊີ ​ແລະ ທ່ານ Donald Tusk, ທ່ານ ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ ສະຫະພາບ​ເອີ​ລົບ (ອີ​ຢູ) ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ໜູນ​ຊ່ວຍ​ດ້ານ​ເຕັກນິກ​ເພື່ອ​ໃຫ້ ຫວຽດນາມ​ຜັນ​ຂະຫຍາຍ​ສັນຍາ​ແມ່​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ ອີ​ຢູ-ຫວຽດນາມ.

        ກ່ອນ​ໜ້າ​ນັ້ນ, ທ່ານ ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ​ນາງ Angela Merkel ​ນາຍົກລັດຖະມົນຕີ ​ເຢັຍລະ​ມັນ, ທ່ານ David Cameron ​ນາຍົກລັດຖະມົນຕີ ອັງກິດ, ທ່ານ​Barack Obama ປະທານາທິບໍດີ ອາ​ເມ​ລິ​ກາ, ທ່ານ​ Matteo Renxi ນາຍົກລັດຖະມົນຕີ ອີ​ຕາ​ລີ ​ແລະ ທ່ານ Jim YongKim ປະທານ WB.   

 

 

ຂ່າວ/ບົດ​ອື່ນ