ນາຍົກລັດຖະມົນຕີຫວຽດນາມພົບປະເຈລະຈາກັບນາຍົກລັດຖະມົນຕີກຳປູເຈຍ

(VOVWORLD) -ນາຍົກລັດຖະມົນຕີ 2 ທ່ານໄດ້ຢືນຢັນວ່າ ການພົວພັນລະຫວ່າງຫວຽດນາມ ແລະ ກຳປູເຈຍ ແມ່ນການພົວພັນອ້າຍນ້ອງທີ່ສະໜິດແໜ້ນ, ບໍ່ສາມາດຕັດແຍກອອກຈາກກັນໄດ້.

ນາຍົກລັດຖະມົນຕີຫວຽດນາມພົບປະເຈລະຈາກັບນາຍົກລັດຖະມົນຕີກຳປູເຈຍ - ảnh 1 ການພົບປະເຈລະຈາ

(ພາບ: VGP)

ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍ Samdech Techo Hun Sen ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ໃນລະຫວ່າງວັນທີ 04 – 05 ຕຸລາ 2019. ຕອນເຊົ້າວັນທີ 04 ຕຸລາ, ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດເປັນທາງການຢູ່ທຳນຽບປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ Hun Sen ໄດ້ດຳເນີນການພົບປະເຈລະຈາ.

        ທີ່ການພົບປະເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ຢືນຢັນວ່າ ການພົວພັນລະຫວ່າງຫວຽດນາມ ແລະ ກຳປູເຈຍ ແມ່ນການພົວພັນອ້າຍນ້ອງທີ່ສະໜິດແໜ້ນ, ບໍ່ສາມາດຕັດແຍກອອກຈາກກັນໄດ້. ນາຍົກລັດຖະມົນຕີ 2 ທ່ານໄດ້ຕີລາສູງຄວາມໝາຍພິເສດຂອງການຢ້ຽມຢາມ ດ້ວຍເລື່ອງ 2 ປະເທດໄດ້ລົງນາມໃນເອກະສານນິຕິກຳ 2 ສະບັບ ຮັບຮູ້ຜົນງານຂອງການຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທາງບົກ ໄດ້ສຳເລັດ 84% ແລ້ວ; ເນັ້ນໜັກວ່າ ນີ້ແມ່ນເຫດການການເມືອງມີຄວາມໝາຍສຳຄັນພິເສດ, ສ້າງຂີດໝາຍປະຫວັດສາດໃນວິວັດທະນາການແກ້ໄຂບັນຫາຊາຍແດນລະຫວ່າງ 2 ປະເທດ, ແມ່ນພື້ນຖານເພື່ອກ້າວໄປເຖິງເລື່ອງສຳເລັດການຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທາງບົກ, ປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາຢ່າງໝັ້ນຄົງຍາວນານລະຫວ່າງ 2 ປະເທດ.

        ນາຍົກລັດຖະມົນຕີ 2 ທ່ານໄດ້ຮັບຮູ້ບັນດາບາດກ້າວພັດທະນາຕັ້ງໜ້າຂອງການພົວພັນລະຫວ່າງຫວຽດນາມ - ກຳປູເຈຍ ໃນໄລຍະຜ່ານມາ, ພິເສດແມ່ນການເຕີບໂຕດ້ານການຄ້າ, ການທ່ອງທ່ຽວ; ປຶກສາຫາລື ແລະ ບັນລຸໄດ້ຄວາມເຫັນດີເຫັນພ້ອມສູງກ່ຽວກັບທິດທາງຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ; ປັບປຸງ ແລະ ເພີ່ມທະວີການພົວພັນລະຫວ່າງ 2 ປະເທດຢ່າງບໍ່ຢຸດຢັ້ງ. 2 ຝ່າຍເຫັນດີຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ 2 ຝ່າຍ, ຜັນຂະຫຍາຍບັນດາມາດຕະການຢ່າງຂ້ຽວຂາດກວ່າອີກ ເພື່ອນຳວົງເງິນການຄ້າ 2 ສົ້ນມຸ່ງໄປເຖິງບັນດາເປົ້າໝາຍໃຫຍ່ຫຼວງກວ່າໃນຊຸມປີຈະມາເຖິງ…

        ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ການນຳ 2 ປະເທດໄດ້ເຫັນດີເປັນເອກະພາບຕໍ່ຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ; ຢືນຢັນວ່າ ຈະສົມທົບກັນຢ່າງແໜ້ນແຟ້ນເພື່ອແນໃສ່ສືບຕໍ່ກໍ່ສ້າງ ແລະ ພັດທະນາປະຊາຄົມອາຊຽນ; ຊຸກຍູ້ການຮ່ວມມືເຂດ 3 ລ່ຽມພັດທະນາກຳປູເຈຍ - ລາວ - ຫວຽດນາມ ແລະ ເຂດອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ… ແລະ 2 ຝ່າຍຈະສົມທົບກັນຢ່າງແໜ້ນແຟ້ນໃນປີຫວຽດນາມ ເປັນປະທານອາຊຽນ 2020 ແລະ ກຳປູເຈຍ ເປັນເຈົ້າພາບຈັດຕັ້ງກອງປະຊຸມຂັ້ນສູງ ASEM.

        ພາຍຫຼັງການພົບປະເຈລະຈາ, ນາຍົກລັດຖະມົນຕີທັງ 2 ທ່ານກໍ່ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື 7 ສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ