ນາຍົກລັດຖະມົນຕີອັງກິດປົກປ້ອງບັ້ນຂົນຂວາຍອັງກິດບໍ່ອອກຈາກEU

ນາຍົກລັດຖະມົນຕີອັງກິດປົກປ້ອງບັ້ນຂົນຂວາຍອັງກິດບໍ່ອອກຈາກEU - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີອັງ​ກິດ David Cameron
(ພາບ: EPA/TTXVN)

(vovworld) - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີອັງ​ກິດ David Cameron ຢືນ​ຢັນ​ບັ້ນ​ຂົນ​ຂວາຍ​ອັງ​ກິດ ບໍ່​ອອກ​ຈາກ EU ເຊິ່ງ​ທ່ານ​ພວມ​ປະ​ຕິ​ບັດ​ແມ່ນ​ມີ​ຄວາມ​ປະ​ເອີບ​ໃຈ​ ແລະ ຕັ້ງ​ໜ້າ​ຫຼາຍ​ຢ່າງ. ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ David Cameron ໄດ້​ຍົກ​ອອກ​ຄຳ​ຖະ​ແຫຼງ​ດັ່ງ​ກ່າ​ວ​ເພື່ອ​ແນ​ໃສ່​ຕອບ​ຄືນ​ຄຳ​ກ່າວ​ປາ​ໄສ​ຂອງ​ຜູ້​ນຳ​ພັກ​ເອ​ກະ​ລາດ​ອັງ​ກິດ (UKIP) Nigel Farage ທີ່​ຖື​ວ່າ, ອັດ​ຕາ​ການ​ສະ​ໜັບ​ສະ​ໜູ​ນ​ອັງ​ກິດ ​ອອກ​ຈາກ EU ມີ​ການ​ປ່ຽນ​ແປງ​ແມ່ນ​ຍ້ອນມະ​ຫາ​ຊົນ​ໄດ້​ເບື່ອໜ່າຍ​ກັບ​ບັນ​ດາ​ຄຳ​ກ່າວ​ເຕື​ອນ​ກ່ຽວ​ກັບ​ຄວ​າມ​ສ່ຽງ​ຂອງ​ເລື່ອງ​ປ່ອນ​ບັດອອກ​ຈາກ EU ໃນ​ວັນ​ທີ 23/06 ຈະ​ມາ​ເຖິງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ໄດ້​ຢຳ​້​ຄືນ​ທັດ​ສະ​ນະ​ທີ່​ວ່າ ປ່ອນ​ບັດ​ ອອກ​ຈາກ EU ໝາຍ​ຄວາມ​ວ່າ​ ​ເສດ​ຖະ​ກິດ​ຂອງ​ອັງ​ກິດ ຈະ​ຖືກ​ຕົກ​ເຂົ້າສະ​ພາບບໍ່​ສະ​ດວກ​ໃນ​ຕ​ະ​ຫຼາດ​ຫຼັກ​ແຫຼ່ງ, ພ້ອມ​ທັງ​ຢືນ​ຢັນ​ວ່າ, ເຖິງວ່າ​ໝາກ​ຜົນ​ການຢັ່ງ​ຫາງ​ສຽ​ງ​ໃນ​ວັນ​ທີ 23/06 ຄື​ແນວ​ໃດ, ທ່ານຈະ​ຍັງ​ຄົງ​ສ​ືບ​ຕໍ່​​ປະ​ຕິ​ບັດ​ພາ​ລະ​ໜ້າ​ທີ່ຂອງ​ຕົນ ແລະ ສ້າງ​ລັດ​ຖະ​ບານ​ເຕົ້າ​ໂຮມ​ທ​ຸ​ກ​ຄົນ​ທມີ​ຄວາ​​ເກັ່ງ​ກ້າມາດຂອງ​ພັກຮັກ​ສາ​ແນວ​ທາງ​ເດີມ​ກຳ​ອຳ​ນາດ.

ຂ່າວ/ບົດ​ອື່ນ