ນາຍົກລັດຖະມົນຕີອັງກິດເລີ່ມປະຕິຮູບຄະນະລັດຖະບານ

(VOVWORLD) -ນີ້ແມ່ນການປະຕິຮູບຄັ້ງທຳອິດເຊິ່ງທ່ານນາຍົກລັດຖະມົນຕີ Boris Johnson ດຳເນີນ, ພາຍຫຼັງໄດ້ຮັບໄຊຊະນະໃນການເລືອກຕັ້ງທົ່ວປະເທດເມື່ອເດືອນທັນວາ 2019

ນາຍົກລັດຖະມົນຕີອັງກິດເລີ່ມປະຕິຮູບຄະນະລັດຖະບານ - ảnh 1 ທ່ານນາຍົກລັດຖະມົນຕີອັງກິດ Boris Johnson

(ພາບ: THX/TTXVN)

ວັນທີ 13 ກຸມພາ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ເລີ່ມປະຕິຮູບຄະນະລັດຖະບານ ດ້ວຍເລື່ອງປົດຕຳແໜ່ງທ່ານ Julian Smithn, ລັດຖະມົນຕີຜູ້ຮັບຜິດຊອບເຂດອຽກລັງເໜືອ, ເຖິງວ່າທ່ານນີ້ມີຜົນງານຢ່າງໃຫຍ່ຫຼວງໃນການສ້າງຕັ້ງລັດຖະບານ ແບ່ງປັນສິດອຳນາດຢູ່ເຂດດິນແດນນີ້ຄືນໃໝ່ກໍ່ຕາມ. ນີ້ແມ່ນການປະຕິຮູບຄັ້ງທຳອິດເຊິ່ງທ່ານນາຍົກລັດຖະມົນຕີ Boris Johnson ດຳເນີນ, ພາຍຫຼັງໄດ້ຮັບໄຊຊະນະໃນການເລືອກຕັ້ງທົ່ວປະເທດເມື່ອເດືອນທັນວາ 2019 ແລະ ພາຍຫຼັງອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (ອີຢູ) - ຫຼື ເອີ້ນວ່າ Brexit ເມື່ອວັນທີ 31 ມັງກອນ ຜ່ານມາ.

          ແລະກໍ່ໃນວັນທີ 13 ກຸມພາ, ທ່ານ Sajid Javid, ລັດຖະມົນຕີການເງິນອັງກິດ ກໍ່ລາອອກຈາກຕຳແໜ່ງ. ໂຄສົກຂອງທ່ານ Sajid Javid ໄດ້ຢັ້ງຢືນເຫດການດັ່ງກ່າວໃນສະພາບທີ່ກ່ອນໜ້ານັ້ນໃນວັນດຽວກັນ ທ່ານນາຍົກລັດຖະມົນຕີ Boris Johnson ເລີ່ມດຳເນີນການປະຕິຮູບຄະນະລັດຖະບານ.

ຕອບກັບ

ຂ່າວ/ບົດ​ອື່ນ