ນາຍົກລັດຖະມົນຕີອະນຸມັດຜ່ານບົດລາຍງານລົງທຶນໂຄງການສະໜາມບິນ ລອງແທ່ງ ທີ່ຍື່ນສະເໜີ ຕໍ່ສະພາແຫ່ງຊາດ

ນາຍົກລັດຖະມົນຕີອະນຸມັດຜ່ານບົດລາຍງານລົງທຶນໂຄງການສະໜາມບິນ ລອງແທ່ງ ທີ່ຍື່ນສະເໜີ ຕໍ່ສະພາແຫ່ງຊາດ - ảnh 1
ໂຄງການທ່າອາກາດ​ສະຍານ​ສາກົນ​ລອງ​ແທ່ງ
(ພາບ: baodautu.vn)


(vovworld) – ​​​ທ່າອາກາດ​ສະຍານ​​ສາກົນ​ລອງ​ແທ່ງ, ​ຈະ​ໄດ້​ລົງທຶນ​ກໍ່ສ້າງ​ຢູ່​ເມືອງ​ລອງ​ແທ່ງ, ​ແຂວງ​ດົ່ງ​ນາຍ ​ດ້ວຍ​ເນື້ອ​ທີ​ບຸກ​ເບີກ​ໜ້າ​ພຽງ​ແມ່ນ 5.000 ha. ຈຳນວນ​​ເງິນ​ລົງທຶນ​ທັງ​ໝົດໃນ​​ໄລຍະ 1 ປະມານ 7,837 ຕື້ USD.

        ທ່າອາກາດ​ສະຍານ​ສາກົນ​ລອງ​ແທ່ງ ມີ​ບົດບາດ​ແມ່ນທ່າອາກາດ​ສະຍານສາກົນ ​ເປັນ​ປະຕູ​ສຳຄັນ​ຂອງປະ​ເທດ​ຊາດ, ​ໃນ​ອະນາຄົດ​ຄາດ​ວ່າ ຈະ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ສະໜາມ​ບິນ​ຂົນສົ່ງ​​ສິນຄ້າທາງອາກາດ​​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້. ​ເຊິ່ງສາມາດ​ຂົນ​ສົ່ງຜູ້​ໂດຍສານຈຸໄດ​້ 100 ລ້ານຄົນ/ປີ ​ແລະ ສິນຄ້າ​ໄດ້ 5 ລ້ານ​​ໂຕນ/ປີ (​ຮອດປີ 2030); ​ໃນ​ໄລຍະ 1 (ຮອດ​ປີ 2025), ​ແມ່ນ​ກໍ່ສ້າງທ່າອາກາດສະຍານ​ທີ່ສາມາດຂົນສົ່ງຜູ້​ໂດຍສານ​ໄດ​້ 25 ລ້ານຄົນ/ປີ  ​ແລະ ສິນ​ຄ້າ​ໄດ້ 1,2 ລ້ານ​ໂຕນ/ປີ, ​ເພື່ອ​ແນ​ໃສ່ລຸດຜ່ອນ​ຈຳນວນ​ຜູ້​ໂດຍສານ ​ແລະ ສິນຄ້າ​ທີ່​ຂົນ​ສົ່ງ​ຜ່ານ​ທ່າອາກາດ​ສະຍານສາກົນ ​ເຕີນ​ເຊີນ​​ເຍີດ.

        ທ່ານ​ນາຍົກລັດຖະມົນ​​ຕີໄດ້​ມອບ​ໜ້າ​ທີ່ໃຫ້​ທ່ານ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ຕາງ​ໜ້າ​ໃຫ້ລັດຖະບານ​ລາຍ​ງານ​ຕໍ່​ສະພາແຫ່ງ​ຊາດ​ຊຸດ​ທີ 8 ພິຈາລະນາ​​ຕົກລົງ​​ແຜນ​ນະ​ໂຍບາຍ​ລົງທຶນ​ກໍ່ສ້າງທ່າອາກາດ​ສະຍານ​ສາກົນ​ລອງ​ແທ່ງ ທີ່​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ໃນ​ເດືອນ 10/2014.

ຂ່າວ/ບົດ​ອື່ນ