ນາໂຕສືບຕໍ່ປຶກສາຫາລືມາດຕະການຮັບມືກັບສິ່ງທ້າທາຍຂອງສະຕະວັດທີ 21

(VOVWORLD) -ໃນຂອບເຂດກອງປະຊຸມຖືກດຳເນີນໃນວັນທີ 08 – 09 ພະຈິກຢູ່ ບຣຸກແຊນ, ບັນດາລັດຖະມົນຕີກະຊວງປ້ອງກັນປະເທດຂອງອົງການ ນາໂຕ ໄດ້ປຶກສາຫາລືຫຼາຍບັນຫາ, ສິ່ງທີ່ໜ້າສົນໃຈແມ່ນເລື່ອງສ້າງຕັ້ງສູນບັນຊາຂອງນາໂຕ, ໂຄງການນິວເຄຼຍຂອງສປປ.ເກົາຫຼີ

ນາໂຕສືບຕໍ່ປຶກສາຫາລືມາດຕະການຮັບມືກັບສິ່ງທ້າທາຍຂອງສະຕະວັດທີ 21 - ảnh 1

ທ່ານເລຂາທິການໃຫຍ່ ນາໂຕ Jens Stoltenberg 

(ພາບ: AFP/TTXVN)

ແລະ ການເຄື່ອນໄຫວໜູນຊ່ວຍໃຫ້ແກ່ອາບການິດສະຖານ. ກ່າວຄຳເຫັນກ່ອນທີ່ດຳເນີນກອງປະຊຸມ, ທ່ານເລຂາທິການໃຫຍ່ ນາໂຕ Jens Stoltenberg ໃຫ້ຮູ້ວ່າ, ບັນດາລັດຖະມົນຕີຈະຕ້ອງເປັນເອກະພາບກັນໃນການພິຈາລະຈາສ້າງຕັ້ງສູນບັນຊາພັນທະມິດ ເພື່ອແນໃສ່ຮັກສາຍຸດທະສາດນາບຂູ່ ແລະ ປົກປັກຮັກສາເຂດຊາຍແດນພາຍໃນກຸ່ມ, ກໍ່ຄືຮັກສາສະຖຽນລະພາບຢູ່ພາຍນອກ. ທ່ານ Stoltenberg ກໍ່ໃຫ້ຮູ້ວ່າ, ຈະຈັດການປຶກສາຫາລື ລະຫວ່າງບັນດາລັດຖະມົນຕີກ່ຽວກັບໂຄງການລູກສອນໄຟ ແລະ ນິວເຄຼຍ ຂອງສປປ.ເກົາຫຼີ ເຊິ່ງເຄີຍໄດ້ຮັບຖືວ່າແມ່ນໄພນາບຂູ່ໃຫ້ແກ່ບັນດາປະເທດພັນທະມິດ, ບັນດາປະເທດຄູ່ຮ່ວມມື, ກໍຄືຈຸດປະສົງຕ້ານການເຜີຍແຜ່ອາວຸດນິວເຄຼຍ ໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ