ນາໂຕເຫັນດີເປັນເອກະພາບເພີ່ມທະວີການປະຈຳການດ້ານການທະຫານຢູ່ເອີລົບຕາເວັນອອກ

ນາໂຕເຫັນດີເປັນເອກະພາບເພີ່ມທະວີການປະຈຳການດ້ານການທະຫານຢູ່ເອີລົບຕາເວັນອອກ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ນາ​ໂຕ Jens Stoltenberg
(ພາບ: Hương Giang)

(vovworld) –  ວັນ​ທີ 10/2, ບັນດາລັດຖະມົນ​ຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ 28 ປະ​ເທດ​ສະມາຊິກ​ຂອງ​ອົງການ​ນາ​ໂຕ (NATO) ​ໄດ້​ຮັບຮອງ​ເອົາ​ການ​ເພີ່ມ​ທະວີ​ການປະຈຳການ​ດ້ານ​ການ​ທະຫານ​ຢູ່ ​ເອີ​ລົບ ຕາ​ເວັນ​ອອກ. ນີ້​ແມ່ນ​ການ​ກະທຳ​ອາດ​ຈະເຮັດ​ໃຫ້ການ​ພົວພັນ​ລະຫວ່າງ ນາ​ໂຕ ​ແລະ ລັດ​ເຊຍ ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. ທ່ານ​ເລຂາທິການ​ໃຫຍ່ ນາ​ໂຕ Jens Stoltenberg ຊີ້​ແຈ້ງວ່າ: ການ​ປະຈຳການ​ດ້ານ​ການ​ທະຫານ​ໄດ້​ເພີ່ມ​ທະວີ​ຂຶ້ນ​ສຳລັບ​ບັນດາ​ກຳລັງ​ນາໆ​ຊາດ​ທາງບົກ, ​ທາງ​ອາກາດ ​ແລະ ທາງ​ທະ​ເລ ​ແລະ ມີ​ການຈັ​ດສົ່ງ​ໂດຍ​ໝູນວຽນເປັນ​ປະຈຳ​ໃນ​ບໍ​ລິ​ເວນ​ຖືກ​ນາບ​ຂູ່. ກຳລັງ​ປະຕິ​ກິ​ລິ​ຍາ​ໄວ ຈະ​ໄດ້​ເພີ່ມ​ຂຶ້ນທົບ 3 ​ເທົ່າ, ​ແຕ່ 13.000 ຄົນ​ຂຶ້ນ​ເຖິງ 40.000 ຄົນ, ພ້ອມ​ກັນ​ນັ້ນ​, ນາ​ໂຕ ຈະ​ສ້າງຕັ້ງກຳລັງ​ແຊກ​​ແຊງ​ມີ​ປະສິດທິ​ຜົນ​ອາດ​ສາມາດ​​ຜັນ​ຂະຫຍາຍ​ໃນ 2, 3 ວັນ, ດ້ວຍ​ຈຳນວນທະຫານ 5.000 ຄົນ​ທີ່​ໄດ້​ຮັບ​ການ​ໜູນ​ຫຼັງ​ຈາກກອງທັບ​ອາກາດ ​ແລະ​ ທະຫານ​ເຮືອ. ນີ້​ແມ່ນ​ສັນຍານ​ຢ່າງ​ແຮງ​ຂອງ​ນາ​ໂຕ ນອກຈາກ​ບັນດາ​ມາດ​ຕະການ​ທີ່​ໄດ້​ຮັບ​ການ​ນຳ​ໃຊ້​ນັບ​ແຕ່​ເມື່ອ​ເກີດ​ການ​ປະ​ທະ​ກັນ​ຢູ່ ພາກ​ຕາ​ເວັນ​ອອກ ຢູ​ແກຼນ ​ເພື່ອ​ແນ​ໃສ່​​ເຮັດ​ໃຫ້ສຳ​ພັນທະ​ມິດ​ຢູ່ ​ເອີ​ລົບ ຕາ​ເວັນ​ອອກ​ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ. ນອກຈາກ​ສູນ​ບັນຊາ​ການ 6 ​ແຫ່ງທີ່​ໄດ້​ສ້າງຕັ້ງ​ຢູ່​ເອີ​ລົບ​ຕາ​ເວັນ​ອອກ​ໃນ​ປີ 2015 ​ແລ້ວ, ທ່ານ Stoltenberg ​ໃຫ້​ຮູ້​ວ່າ: ​ແຕ່​ນີ້​ຮອດທ້າຍ​ປີ 2016 ຈະ​ເປີດ​ສູນ​ບັນຊາ​ການ​ໃໝ່​ຕື່ມ​ອີກ 2 ​ແຫ່ງ ​ແລະ ຜັນ​ຂະຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ຢູ່​ເຂດ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ