ນຳການພົວພັນການຄ້າຂື້ນສູ່ລະດັບສູງໃໝ່

ນຳການພົວພັນການຄ້າຂື້ນສູ່ລະດັບສູງໃໝ່ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ
(ພາບ: TTXVN)


(vovworld) – EU-ຫວຽດ​ນາມ: ນຳ​ການ​ພົວ​ພັນ​ການ​ຄ້າ​ຂື້ນ​ສູ່ລະ​ດັບ​ສູງ​ໃໝ່ ນີ້​ແມ່ນ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ ໂດຍ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ມິດ​ຕະ​ພາບ​ ສະ​ຫະ​ພາບ​ເອີ​ລົບ (EU)-ຫວຽດ​ນາມ, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ລະ​ຊະ​ອາ​ນາ​ຈັກ ​ແບນ​ຊິກ ແລະ ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ເອີ​ລົບກ່ຽວ​ກັບ​ອາ​ຊີ ສົມ​ທົບ​ກັນ​ຈັດ​ຕັ້ງ ​ໃນວັນ​ທີ 27/4, ທີ່​ສຳ​ນັກ​ງານ​ສະ​ພາ​ສູງ​ເອີ​ລົບ(EP) ຢູ່​ນະ​ຄອນຫຼວງ Brussels, ແບນ​ຊິກ. ບັນ​ດາ​ຜູ້​ແທນ​ສຸມ​ໃສ່​ສົນ​ທະ​ນາ ກ່ຽວ​ກັບ​ຈຸດ​ສຸມ, ​ແງ່ຫວັງ ແລະ ຜົນ​ປະ​ໂຫຍດ​ ເຊິ່ງສັນ​ຍາ​ການ​ຄ້າເ​ສ​ລີ​​ ຫວຽດ​ນາມ-EU (EVFTA) ຈະ​ນຳ​​ມາໃຫ້​ບັນ​ດາ​ວິ​ສ​າ​ຫະ​ກິດ​ສອງ​ຝ່າຍ. ຕາມບັນ​ດາ​ຜູ້​ບັນ​ຍາຍ, ການ​ພົວ​ພັນ​ເສດ​ຖະ​ກິດ, ການ​ຄ້າ EU-ຫວຽດ​ນາມ ແມ່ນ​​ຮູບ​ແບບ​​ພັດ​ທະ​ນາ​​ປະ​ສົບ​ຜົນ​ສຳ​ເລັດ. ເດືອນ 8/2015, ຫວຽດ​ນາມ ແລະ EU ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ ສັນ​ຍາ​ການ​ຄ້າ​ເສ​ລີຮອບ​ດ້ານ (EVFTA). ການ​ພົວ​ພັນ​ການ​ຄ້າ ລະ​ຫວ່າງ EU-ຫວຽດ​ນາມ ສືບ​ຕໍ່​ໄດ້​ຮ​ັບ​ການ​ພັດ​ທະ​ນາ ​ຕອນ​​ທີ່ຢູ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ​ເມື່ອເດືອນ 12 ປີ​ກາຍ, EP ເຫັນ​ດີ​ຮັບ​ຮອງ​ເອົາ ສັນ​ຍາ​ຄູ່​ຮ່ວມ​ມື ແລະ ການ​ຮ່ວມ​ມື​ຮອບ​ດ້ານ (PCA) ກັບ​ ຫວຽດ​ນາມ. ບັນ​ດາ​ສັນຍານີ້ ຈະ​ສ້າງ​ກຳ​ລັງ​ໜູ​ນ ໃຫ້​ບັນ​ດາບໍ​ລິ​ສັດເອີ​ລົບ ​ເພີ່ມ​ທະ​ວີ​ການ​ມີ​ໜ້າ ຢູ່​ ​ຕະຫຼາດ ຫວ​ຽດ​ນາມ EVFTA ສາ​ມາດ​ເພີ່ມ​ມູນ​ຄ່າ​ການ​ສົ່ງ​ອອກ ຂອງ​ຫວຽດ​ນາມ​ ໄປ​ຍັງ EU ​ປະ​ມານ 4% ໃນແຕ່​ລະ​ປ​ີ  ແລະ ​ການສົ່ງ​ອອກຂອງ EU ມາ​​ຍັງ ຫວຽດ​ນາມ ​ແມ່ນຫຼາຍກວ່າ 3%. ສາດ​ສະ​ດາ​ຈານ David Camroux, ຂື້ນ​ກັບ​ສູນ​ຄົ້ນ​ຄ້​ວາ ສາ​ກົນ- ໂຮງ​ຮຽນ​ວິ​ທະ​ຍາ​ສາດ-ການ​ເມືອງ Paris, ຖື​ວ່າ ວຽກ EU ເປີດ​ກ້​ວາງ​​ຈະນຳເອົາ ຜົນ​ປະ​ໂຫຍດຫຼາຍ​ຢ່າງ​ ມາໃຫ້​ຫວຽດ​ນາມ. EVFTA ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ ການ​ພົວ​ພັນ​ເສດ​ຖະ​ກິດ, ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ EU ກວ່າ​ອີກ. ສຳ​ລັບ EU ແລ້ວ, ຫວຽດ​ນາມ ​ແມ່ນ​ປະ​ເທດ​ທີ່​ຫາ​ກໍ່​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ ຢູ່ ອາ​ຊີ.

ຂ່າວ/ບົດ​ອື່ນ