ນຳການພົວພັນລະຫວ່າງຫວຽດນາມ-ໄທຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ

(vovworld)- ​ຕອນ​ບ່າຍ​ວັນ​ທີ 25/6, ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ລາຊະ​ອານາຈັກ​ໄທ​ຢ່າງ​ເປ​ັນທາງ​ການ, ທ່ານ​ເລ​ຂາ​ທິກ​ານ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາ​ນພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ມີ​ການເຈລະຈາ​ກັບ​ ທ່ານ​ນາງ ຍີ່​ງລັກ ຊີ​ນະ​ວັດ ນາຍົກລັດຖະມົນຕີ​ໄທ. ທີ່​ການ​ເຈລະຈາ, ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ​ໄທ, ​ໄທ - ຫວຽດນາມ ດ້ວຍ 5 ​ເສົາ​ຄ້ຳ​ຕົ້ນຕໍ ຄື: ການ​ພົວພັນ​ດ້ານ​ການ​ເມືອງ, ການ​ຮ່ວມ​ມື​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ຮ່ວມ​ມື​ເສດຖະກິດ, ການ​ຮ່ວມ​ມື​ດ້ານ​ວັດທະນະທຳ​ສັງຄົມ, ການ​ຮ່ວມ​ມື​​ພາກ​ພື້ນ ​ແລະ ສາກົນ. ການ​ນຳ​ສອງ​ທ່ານ​ໄດ້​ເປັນ​ເອກະ​ພາບ​ກ່ຽວ​ກັບ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ​ເປັນ​ປະຈຳ​ກວ່າ. ​ໃນ​ນັ້ນ ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ​ກຳ​ອຳນາດ, ລະຫວ່າງສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ.ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຍູ້​ແຮງການ​ຮ່ວມ​ມື​​ເສດຖະກິດ, ​ເພີ່ມ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໃນ​ແຕ່ລະ​ປີ​ໃຫ້​ຂຶ້ນ​ເຖິງ 20% ​ເພື່ອ​ບັນລຸ​ຄາດໝາຍ 15 ຕື້ USD ​ໃນ​ປີ 2020;​ ຊຸກຍູ້​ການ​ລົງ​ນາມ ​ແລະ ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ຮ່ວມ​ມື​ກ່ຽວ​ກັບ​ແຮງ​ງານ​ໂດ​ຍ​ໄວ, ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ຄົມມະນາຄົມ​ຕາມ​ແລວ​ເສດຖະກິດ​ຕາ​ເວັນ​ອອກ ຕາ​ເວັນ​ຕົກ. ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ໄທ, ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ໄທ​ລົງທຶນ​ເຂົ້າ​ເຂດ​ອຸດສາຫະກຳ​ສຳຮອງ, ນ້ຳມັນ​ອາຍ​ແກ​ສ, ສຳ​ຫລວດ ​ແລະ ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກ​ສ.

        ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແລະ ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍີ່​ງລັກ ຊີ​ນະ​ວັດ ​ໄດ້​ເນັ້ນ​ຫນັກ​ວ່າ: ຫວຽດນາມ, ​ໄທ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ ອາ​ຊຽນ ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື, ຮັກສາ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ​ໃນ​ໂຄງ​ປະກອບ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ, ສ້າງ​ປະຊາ​ຄົມ​ອາ​ຊຽນສາມັກຄີ, ​ເຂັ້ມ​ແຂງ​ໃຫ້​ສຳ​ເລັດ​ໃນ​ປີ 2015, ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​​​ເພື່ອ ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ​ໃນ​ໂລກ. ການ​ນຳ​ທັງ​ສອງ​ທ່າ​ນສະ​ແດງ​ຄວາມ​ວິຕົກ​ກັງວົຍກ່່ຽວກັບ​ບັນດາ​ກາ​ນຜັນ​ແປ​ຢ່າງ​ສັບສົນ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ, ປາດ​ຖະຫນາ​ວ່າ ​ບັນດາ​ຝ່າຍ​ກ່ຽວ​ຂ້ອງ​ແກ້​ໄຂ​ການ​ພິພາດ​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ປະຕິບັດ​ຕາມ​ກົດໝາຍ​ສາກົນ.

        ທີ່​ການ​ປະຊຸມ​ຂ່າວ​ຫລັງ​ການ​ເຈລະຈາ, ທ່ານ​ເລຂາທິກ​ານ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແລະ ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍີ່​ງລັກ ຊີ​ນະ​ວັດ ​ໄດ້​ອອກ​ຖະ​ແຫລ​ງການ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ການ​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ຫວຽດນາມ ​ແລະ ​ໄທ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ຢືນຢັນ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ຕໍ່​ສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ທີ່ມີ​ມາ​ແຕ່​ດົນ​ນານລະຫວ່າງ ຫວຽດນາມ ​ແລະ ​ໄທ, ​ແລະ ເຊື່ອ​ໝັ້ນ​ວ່າ: ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ມີ​ເງື່ອນ​ໄຂ​ສະດວກ ​ແລະ ຈຳ​ເປັນ​ເພື່ອ​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ. ບົນ​ພື້ນຖານ​ນັ້ນ, ຂ້າພະ​ເຈົ້າ ​ແລະ ທ່ານ​ນາງ​ນາຍົກລັດຖະມົນຕີ ​ໄທ ​ໄດ້​ເຫັນ​ດີ​ສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ ​ແລະ ​ໄທ, ​ໄທ ​ແລະ ຫວຽດນາມ. ”

        ສ່ວນທ່ານ​ນາງນາຍົກລັດຖະມົນຕີ​ໄທ ຍີ່​ງລັກ ຊີ​ນະ​ວັດ ກໍ່ປາດ​ຖະຫນາ​ ວ່າ ຫວຽດນາມຈະສືບ​ຕໍ່​ສ້າງ​ເງື່ອນ​ໄຂ​​ເພື່ອໃຫ້​​ບັນດາ​ນັກ​ລົງທຶນ​ໄທ ​​ລົງທຶນ​ເຂົ້າ​ຫວຽດນາມ, ຂຸດ​ຄົ້ນ​ຜົນ​ປະ​ໂຫຍ​ດຈາກການ​ເຊື່ອມ​ຕໍ່​ຄົມມະນາຄົມ​ຕາມ​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ ​ແລະ ​ແມ່​ນ້ຳຂອງ. ທ່ານ​ນາງນາງ​ນາຍົກລັດຖະມົນຕີ​ໄທ ຍີ່​ງລັກ ຊີ​ນະ​ວັດ ​ເນັ້ນ​ຫນັກ​ວ່າ:

 “ພວກຂ້າພະເຈົ້າເຫັນດີວ່າ: ການຮ່ວມມືລະຫວ່າງໄທ ແລະ ຫວຽດນາມນອນໃນຂອບເຂດຂອງບັນດາປະເທດ ອາຊຽນ ເພື່ອພ້ອມກັນພັດທະນາຫລາຍກວ່າອີກ. ດ້ວຍຖານະເປັນປະເທດປະສານງານ, ໄທພ້ອມແລ້ວເພື່ອເຮັດແນວໃດເພື່ອໃຫ້ຈີນເຂົ້າຮ່ວມການໄກ່ເກຍຄວາມຂັດແຍ້ງລະຫວ່າງບັນດາປະເທດອາຊຽນ ກັບຈີນ.”

ຕອນ​ຄຳ່​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ​ໄທ ຍີ່​ງລັກ ​ໄດ້​ເປັນ​ເຈົ້າພາບ​ງານ​ລ້ຽງ​ຮັບຮອງ​ທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ.

ກ່ອນ​ຫນ້າ​ນັ້ນ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ​ໄດ້​ໄປ​ຢ້ຽມຢາມ​ສະ​ຖານ​ທູ​ດຫວຽດນາມ ປະຈຳ​ໄທ, ​ໂອ້​ລົມ​ສົນທະນາ​ກັບ​ພະນັກງານ, ພາລະ​ກອນ ​ແລະ ຜູ້ຕາງຫນ້າ​ຊາວ​ຫວຽດນາມອາ​ໄສ​ຢູ່​ໄທ, ນັກຮຽນ​ນັກ​ສຶກສາຫວຽດນາມ​ພວມ​ຮຳ່ຮຽນ​ຢູ່​ໄທ,​

ຕອບກັບ

ຂ່າວ/ບົດ​ອື່ນ