ນຳເອົາQTSCກາຍເປັນສະຖານທີ່ໄວ້ເນື້ອເຊື່ອໃຈຂອງຫວຽດນາມໃນແຜນທີ່ຊອບແວໂລກ

ນຳເອົາQTSCກາຍເປັນສະຖານທີ່ໄວ້ເນື້ອເຊື່ອໃຈຂອງຫວຽດນາມໃນແຜນທີ່ຊອບແວໂລກ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ 15 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​
ແລະ ຕ້ອນຮັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ
(ພາບ: HD)

(vovworld) - ວັນ​ທີ 16/3, ບໍລິສັດ​ພັດທະນາ​ສວນສາທາລະນະ​ຊອບ​ແວ ກວາງ​ຈູງ ຈຳກັດ (QTSC) ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 15 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ຕ້ອນຮັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ. ​ເຂົ້າ​ຮ່ວມ​ມີ​ທ່ານ ຫງວຽນ​ທ້ຽນ​ເຍິນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ. ​ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ແຕ່​ປີ 2001, QTSC ກາຍ​ເປັນ​ສວນສາທາລະນະ​ຊອບ​ແວ​ແຫ່ງ​ທຳ​ອິດ ​ແລະ ປະສົບ​ຜົນສຳ​ເລັດ​ທີ່​ສຸດ​ຢູ່​ຫວຽດນາມ. ​ໃນ​ໄລຍະ 2001-2015, ຍອດ​​ເງິນລົງທຶນຈາກ​ງົບປະມານ​ແຫ່ງ​ລັດ​ໃຫ້ QTSC ​ແມ່ນ 250 ຕື້​ດົ່ງ.

ທີ່​ພິທີ, ທ່ານ ຫງວຽນ​ທ້ຽນ​ເຍິນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ​ເນັ້ນ​ໜັກ​ວ່າ, QTSC  ຄວນ​ສຸມ​ໃສ່​ເຮັດ​ວຽກ​ງານ​ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​​ເປັນ​ຢ່າງ​ດີ ຕາມ​ຄວາມ​ຕ້ອງການ, ພົວພັນ​ກັບ​ບັນດາ​ຫົວໜ່ວຍ​ກໍ່ສ້າງ​ເພື່ອ​ມີ​ຊັບພະຍາກອນ​ມະນຸດ​ຮັບ​ໃຊ້​ໃຫ້​ບັນດາ​ວິ​ສາ​ຫະກິດ​​ເຂົ້າມາ​ລົງທຶນ​ຢ່າງ​ພຽງພໍ; ສືບ​ຕໍ່​ຍູ້​ແຮງ​ການ​ກໍ່ສ້າງ​ວິ​ສາ​ຫະກິດ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ; ​ແລະ ພ້ອມ​ກັບ​ບັນດາ​ຫົວໜ່ວຍ​ກ່ຽວຂ້ອງ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ລະບົບສວນສາທາ ລະນະ​ຊອບ​ແວ ກວາງ​ຈູງ, ປະຕິບັດ​ການ​ມອບ​ສົ່ງ​ເຕັກ​ໂນ​ໂລ​ຢີ, ກົນ​ໄກ​ຄຸ້ມ​ຄອງ​ໃຫ້​ທ້ອງ​ຖີ່​ນຕ່າງໆ​ໃນ​ລະບົບ, ​ເພື່ອໃຫ້​ຫົວໜ່ວຍ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ ສາມາດ​ນຳ​ໃຊ​້ຮູບ​ແບບ​ຄຸ້ມ​ຄອງ, ​ເຕັກ​ໂນ​ໂລ​ຢີທີ່​ຖອດ​ຖອນມາ​ໄດ້​​ຈາກພຶດຕິ​ກຳ​ຕົວ​ຈິງ 15 ປີ.

 

ຂ່າວ/ບົດ​ອື່ນ