(ພາບປະກອບ)
(vovworld)- ຕອນເຊົ້າ ວັນທີ 31/10, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄ້ວາຄຸ້ມຄອງເສດຖະກິດສູນກາງ (CIEM) ໄດ້ຈັດຕັ້ງກອງປະຊຸມສຳມະນາ “ສົມທົບບັນດາເປົ້າໝາຍ ຂອງຍຸດທະສາດການເຕີບໂຕຂຽວ ເຂົ້າແຜນການພັດທະນາເສດຖະກິດ-ສັງຄົມ ຢູ່ແຕ່ລະແຂວງ, ນະຄອນ ທີ່ຂື້ນກັບສູນກາງ”. ກ່າວຄວາມເຫັນ ທີ່ກອງປະຊຸມສຳມະນາ, ທ່ານ ປອ. ຫງວຽນດິງກຸງ, ຫົວໜ້າສະຖາບັນ CIEM, ໃຫ້ຮູ້ວ່າ: ເປົ້າໝາຍການພັດທະນາ ແລະ ເຊື່ອມໂຍງກັບສາກົນແບບຍືນຍົງ, ຕາມການກຳນົດທິດຫັນເປັນທັນສະໄໝ ທີ່ວາງອອກ ຄວາມຮຽກຮ້ອງຕ້ອງການແມ່ນຄວນມີວິທີການສຳຜັດ ແລະ ຈິນຕະການໃໝ່. ເອົາການພັດທະນາແບບຍືນຍົງ ສົມທົບການປົກປັກຮັກສາສິ່ງແວດລ້ອມ ແລະ ຍົກສູງຄຸນນະພາບການເປັນຢູ່ ຂອງປະຊາຄົມ ເປັນເປົ້າໝາຍຍຸດທະສາດ.
ປັດຈຸບັນ ຫວຽດນາມ ແມ່ນປະເທດເປັນເຈົ້າການ, ເຂົ້າຮ່ວມ, ສະໜັບສະໜູນ ບັນດາຂໍ້ລິເລີ່ມ, ເນື້ອໃນການເຕີບໂຕຂຽວໃນບັນດາເວທີປາໄສພາກພື້ນ, ກໍ່ຄືໃນທົ່ວໂລກເປັນປະຈຳ. ບັນດານັກຊ່ຽວຊານດ້ານເສດຖະກິດ ຖືວ່າ: ບັນດາແຂວງ ຄວນທາບທາມບັນດາຮູບແບບການເຕີບໂຕຂຽວ, ໃຫ້ເໝາະສົມ, ມີມາດຕະການລະດົມ ແລະ ຂຸດຄົ້ນ ບັນດາແຫຼ່ງກຳລັງສັງລວມ, ຕາມທິດຫັນເປັນຫຼາຍຮູບຫຼາຍແບບ ເພື່ອຮັບໃຊ້ຍຸດທະສາດການເຕີບໂຕຂຽວ.