ນີເຊ: ກອງທັບໄດ້ຕັ້ງໃນສະພາບກຽມພ້ອມການສູ້ຮົບຢູ່ໃນລະດັບສູງສຸດ

(VOVWORLD) - ໃນຄຳສັ່ງເຕືອນໄພ, ອຳນາດການປົກຄອງທະຫານໄດ້ຊີ້ແຈ້ງວ່າບັນດາຄວາມສ່ຽງນາບຂູ່ແນ່ໃສ່ ນີເຊ ພວມເພີ່ມຂຶ້ນ.

ຄຳສັ່ງເຕືອນໄພຢູ່ລະດັບສູງສຸດ ໂດຍອຳນາດການປົກຄອງການທະຫານ ນີເຊ ຫາກໍ່ປະກາດໃນວັນທີ 26 ສິງຫາ, ສຳລັບບັນດາກຳລັງປະກອບອາວຸດຂອງປະເທດນີ້ ເພື່ອແນໃສ່ຮັບປະກັນການກຽມພ້ອມການຮັບມືກັບການບຸກໂຈມຕີຈາກພາຍນອກ.

  ໃນຄຳສັ່ງເຕືອນໄພ, ອຳນາດການປົກຄອງທະຫານໄດ້ຊີ້ແຈ້ງວ່າບັນດາຄວາມສ່ຽງນາບຂູ່ແນ່ໃສ່ ນີເຊ ພວມເພີ່ມຂຶ້ນ. ສະນັ້ນ, ກຳລັງປະກອບອາວຸດທັງໝົດໄດ້ຮຽກຮ້ອງຮັກສາສະພາບກຽມພ້ອມການສູ້ຮົບຢູ່ລະດັບສູງສຸດ, ເພື່ອແນໃສ່ຮັບປະກັນວ່າຈະສາມາດໂຕ້ຕອບການບຸກໂຈມຕີຈາກພາຍນອກໂດຍບັງເອີ້ນໃນທັນທີ ກໍຄືຖືກຕົກເຂົ້າສູ່ສະພາບທ່າຮັບໃນສະພາວະສຸກເສີນ. ຄຳສັ່ງເຕືອນໄພໄດ້ປະກາດໃນສະພາບປະຊາຄົມເສດຖະກິດ ອາຟະລິກາຕາເວັນຕົກ (ECOWAS) ຫາກໍ່ຢືນຢັນບໍ່ປັດເຂ່ຍຄວາມອາດສາມາດດຳເນີນມາດຕະການດ້ານການທະຫານແນໃສ່ ນີເຊ ເພື່ອແນໃສ່ຟື້ນຟູຄວາມເປັນລະບຽບຮຽບຮ້ອຍຂອງລັດຖະທຳມະນູນ.

ຕອບກັບ

ຂ່າວ/ບົດ​ອື່ນ