ນີ​ເຊ​ເຣຍ ແລະ ຫວຽດ​ນາມ ຄວນ​ຍູ​້​ໄວ​ການ​ຮ່ວມ​ມື ແລະ ການ​ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ປະ​ເທດ

(VOVWORLD) -ຕອນຄ່ຳວັນທີ 29 ຕຸລາ, ຕາມເວລາຮ່າໂນ້ຍ ໃນການໄປປະຕິບັດງານຢູ່ ນີເຊເຣຍ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ໄດ້ເຮັດວຽກ ກັບທ່ານ Adams Oshiomhole ປະທານພັກສະມັດຊາໃຫຍ່ບັນດາຜູ້ທີ່ກ້າວໜ້າ (APC) - ພັກກຳອຳນາດ ຢູ່ ນີເຊເຣຍ.
ນີ​ເຊ​ເຣຍ ແລະ ຫວຽດ​ນາມ ຄວນ​ຍູ​້​ໄວ​ການ​ຮ່ວມ​ມື ແລະ ການ​ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ປະ​ເທດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ແລະ ທ່ານ Adams Oshiomhole ປະທານພັກສະມັດຊາໃຫຍ່ບັນດາຜູ້ທີ່ກ້າວໜ້າ (APC) (ພາບ: VGP)

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ໄດ້ຢັ້ງຢືນວ່າ ຫວຽດນາມ ມີຄວາມປາດຖະໜາຢາກເພີ່ມທະວີການພົວພັນທາງການທູດກັບນີເຊເຣຍ ຜ່ານຊ່ອງທາງພັກ, ລັດຖະສະພາ ແລະ ລັດຖະບານໃນໄລຍະຈະມາເຖິງ ແລະ ສະເໜີໃຫ້ພັກ APC ຈັດຕັ້ງຄະນະຜູ້ແທນໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມໂດຍໄວ.

ຫວຽດນາມມີຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືພົວພັນການຄ້າກັບ ນີເຊເຣຍໃນໄລຍະຈະມາເຖິງດ້ວຍບັນດາທ່າແຮງສະເພາະ ຜ່ານການສະໜັບສະໜູນຂອງພັກ APC ກໍ່ຄືການພົວພັນແລກປ່ຽນກ່ຽວກັບວັດທະນະທຳ, ແຂ່ງຂັນກິລາກັບ ນີເຊເຣຍ ເພື່ອແນໃສ່ ຮັດແໜ້ນການພົວພັນທີ່ເປັນມູນເຊື້ອລະຫວ່າງ ສອງປະເທດ.

ທ່ານ Adams Oshiomhole ໄດ້ຕີລາຄາວ່າ ບັນດາໝາກຜົນຂອງການພັດທະນາເສດຖະກິດ, ຮັບປະກັນການໜູນຊ່ວຍສັງຄົມເຊິ່ງ ຫວຽດນາມບັນລຸໄດ້ ກໍ່ຍ້ອນມີແນວທາງ, ນະໂຍບາຍທີ່ຖືກຕ້ອງຂອງພັກ ແລະ ລັດ ຫວຽດນາມ. ໂດຍແມ່ນພັກການເມືອງທີ່ຫາກໍ່ໄດ້ສ້າງຕັ້ງຂຶ້ນ, ທ່ານ Adams Oshiomhole ມີປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຊ່ອງທາງພັກ ແລະ ລັດ ເພື່ອ ທອດຖອນບັນດາບົດຮຽນ ຂອງ ຫວຽດນາມນຳປະເທດນີ້ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ.

ທ່ານ Adams Oshiomhole ໃຫ້ຮູ້ຕື່ມອີກວ່າ: ຕະຫຼາດ ນີເຊເຣຍ ນັບມື້ນັບແມ່ນກາລະໂອກາດລົງທຶນ, ຮ່ວມມື ແລະ ຊຸກຍູ້ການຄ້າ ກັບ ຫວຽດນາມ. ທ່ານ Adams Oshiomhole ຢັ້ງຢືນວ່າ ພັກ APC ແລະ ລັດຖະບານ ນີເຊເຣຍພ້ອມແລ້ວທີ່ຈະຊຸກຍູ້ ແລະ ເຊື່ອມຕໍ່ ຫວຽດນາມ ກັບປະຊາຄົມເສດຖະກິດບັນດາປະເທດ ອາຟະລິກາຕາເວັນຕົກ ແລະ ມີຄວາມປາດຖະໜາຢາກເຂົ້າຮ່ວມການເຊື່ອມຕໍ່ກັບພາກພື້ນ ອາຊຽນໂດຍຜ່ານ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ