ບັກກ້ານ: ຈັດງານບຸນ “ສີສັນລະດູໃບໄມ້ຫຼົ່ນຢູ່ ໜອງບາເບ໋” ຄັ້ງທຳອິດ

(VOVWORLD) - ງານບຸນເພື່ອແນໃສ່ຮັກສາຈຸດຄວາມງາມດ້ານວັດທະນະທຳຂອງຊົນເຜົ່າ; ພ້ອມທັງໂຄສະນາ, ເຜີຍແຜ່ຄວາມງາມຂອງເຂດດິນແດນ, ປະຊາຊົນ...
ບັກກ້ານ: ຈັດງານບຸນ “ສີສັນລະດູໃບໄມ້ຫຼົ່ນຢູ່ ໜອງບາເບ໋” ຄັ້ງທຳອິດ - ảnh 1ໜອງ ບາເບ໋

ງານບຸນ “ສີສັນລະດູໃບໄມ້ຫຼົ່ນຢູ່ ໜອງບາເບ໋” ຈະຈັດຂຶ້ນຄັ້ງທຳອິດຢູ່ເມືອງ ບາເບ໋, ແຂວງ ບັກກ້ານ ໃນລະຫວ່າງວັນທີ 4 – 6 ພະຈິກ. ງານບຸນເພື່ອແນໃສ່ຮັກສາຈຸດຄວາມງາມດ້ານວັດທະນະທຳຂອງຊົນເຜົ່າ; ພ້ອມທັງໂຄສະນາ, ເຜີຍແຜ່ຄວາມງາມຂອງເຂດດິນແດນ, ປະຊາຊົນ ແລະ ບັນດາຜະລິດຕະພັນທ່ອງທ່ຽວ ບາເບ໋ ໃຫ້ແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.

        ງານບຸນຈະໄດ້ຈັດຂຶ້ນຢູ່ບັນດາສະຖານທີ່ທ່ອງທ່ຽວໃນເມືອງ ບາເບ໋ ດ້ວຍການເຄື່ອນໄຫວລະຫຼີ້ນຕ່າງໆ, ວັດທະນະທຳ, ສິລະປະ, ກິລາຄືແຂ່ງເຮືອ kayar, ຖີບລົດຖີບ, ຂີ່ຈ້ອງເວີ່ນເວຫາ, ວາງສະແດງບັນດາຜະລິດຕະພັນ OCOP ຂອງທ້ອງຖິ່ນ…

        ໃນຂອບເຂດງານບຸນ, ເມືອງ ບາເບ໋ ກໍ່ຈະຈັດບັນດາການເຄື່ອນໄຫວແນະນຳ, ຢ້ຽມຊົມບັນດາຜະລິດຕະພັນທ່ອງທ່ຽວໃໝ່ຂອງທ້ອງຖິ່ນຄື: ຢ້ຽມຢາມຮູບແບບການທ່ອງທ່ຽວວົງຄະນະຍາດຊຸມຊົນຢູ່ຕາແສງ ອຽນ, ຢ້ຽມຢາມບັນດາຮູບແບບການທ່ອງທ່ຽວວົງຄະນະຍາດຊຸມຊົນຢູ່ບັນດາບ້ານອ້ອມແອ້ມໜອງ ບາເບ໋, ຊົມເມກຢູ່ຈອມພູ ດົນແດ່ນ, ຢ້ຽມຊົມລະດູເຂົ້າສຸກເຫຼືອງຢູ່ຕາແສງ ກ໋ວາງເຄ ແລະ ບັນດາເສັ້ນທາງຍ່າງໃນເຂດປ່າສະຫງວນແຫ່ງຊາດ ບາເບ໋.

ຕອບກັບ

ຂ່າວ/ບົດ​ອື່ນ