ບັງກະລາເດສປະກາດໄວ້ທຸກລະດັບຊາດເປັນເວລາ2ວັນ

ບັງກະລາເດສປະກາດໄວ້ທຸກລະດັບຊາດເປັນເວລາ2ວັນ - ảnh 1
ຍາດຕິພີ່ນ້ອງຜູ້ປະສົບເຄາະຮ້າຍ
(ພາບ: ສຳນັກຂ່າວສານຊິນຮວາ/ສຳນັກຂ່າວສານຫວຽດນາມ)

(vovworld) – ວັນ​ທີ 2/7, ທ່ານ​ນາຍົກລັດຖະມົນຕີ ບັງ​ກະລາ​ເດ​ສ Sheikh Hasina ປະກາດ​ໄວ້​ທຸກລະດັບ​ຊາດ​ເປັນ​ເວລາ 2 ວັນ​​ເພື່ອ​ອາ​ໄລ​ຫາ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ການ​ບຸກ​ໂຈມ​ຕີ​ຈັບ​ຕົວ​ປະກັນ​ຢູ່​ພັດທະ​ຄານ​ແຫ່ງ​ໜຶ່ງ​ໃນ​ນະຄອນຫຼວງ Dhaka, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 20 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ຊາວ​ຕ່າງປ​ະ​ເທດ. ກ່າວ​ຄຳ​ເຫັນທາງ​ໂທລະພາບ​ເມື່ອ​ຕອນ​ຄຳ່ວັນ​ທີ 2/7, ທ່ານ​ນາຍົກລັດຖະມົນຕີ Sheikh Hasina ​ໃຫ້​ຮູ້​ວ່າ​ການໄວ້​ທຸກ​ແກ່ຍາວ​ແຕ່​ວັນ​ທີ 3 – 4/7. ກ່ອນ​ໜ້າ​ນັ້ນ, ກ່າວ​ຄຳ​ເຫັນ​ພາຍຫຼັງ​ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ສິ້ນ​ສຸດ​ບັ້ນກອບ​ກູ້​ເອົາ​ຊີວິດ​ຕົວ​ປະກັນ, ທ່ານ Sheikh Hasina ຢັ້ງຢືນ​ວ່າ​: ບັງ​ກະ​ລາ​ເດ​ສ ​ເດັດ​ດຽວ​ຕໍ່ສູ້​ຕ້ານ​ລັດທິກໍ່ການ​ຮ້າຍ​ດ້ວຍ​ທຸກໆ​​ຮູບ​ແບບ. ທ່ານ Sheikh Hasina ກ່າວ​ປະນາມ​ການ​ກະທຳ​ຂອງ​ບັນດາ​ຜູ້​ກໍ່​​ໃຫ້​ເກີດ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢູ່​ນະຄອນ​ຫຼວງ Dhaka.



ຂ່າວ/ບົດ​ອື່ນ