ບິ່ງດິ້ງ ເສີມຂະຫຍາຍ ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບເພື່ອພັດທະນາເສດຖະກິດ, ສັງຄົມ

ບິ່ງດິ້ງ ເສີມຂະຫຍາຍ ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບເພື່ອພັດທະນາເສດຖະກິດ, ສັງຄົມ - ảnh 1
ທ່ານ ​ເລ​ຮົ່ງ​ແອນ, ກຳມະການ​ກົມ​ການ​ເມືອງສູນກາງພັກ, ຜູ້​ປະຈຳການ​ຄະນະ​ເລຂາ
ເຮັດ​ວຽກ​ຢູ່​ແຂວງ​ບິ່ງ​ດິ້ງ
(ພາບ: binhdinh.gov.vn)


(vovworld) - ​ໃນ​ລະຫວ່າງ​ວັນ​ທີ 08 – 09/04, ທ່ານ ​ເລ​ຮົ່ງ​ແອງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງ​ພັກ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ບິ່ງ​ດິ້ງ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ, ສັງຄົມ, ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ວຽກ​ງານ​ກໍ່ສ້າງ​ພັກ ​ແລະ ວຽກ​ງານ​ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່​ໃນ​ໄລຍະ​ຜ່ານ​ມາ ​ແລະ ໜ້າ​ທີ່​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ເລ​ຮົ່ງ​ແອ​ງ ​​ຕັກ​ເຕືອນ​ວ່າ ​ແຂວງ ບິ່ງ​ດິ້ງ​ ຕ້ອງ​ລະດົມ​ແຫຼ່ງຊັບພະຍາກອນ​ມະນຸດ​ຢ່າງ​ສູງສຸດ​ໃຫ້​ແກ່​ການ​ລົງ​ທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ໃນ​ການ​ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່; ນຳ​ໃຊ້​ວິທະຍາສາດ​ເຕັກນິກທີ່​ກ້າວໜ້າ​ເຂົ້າ​ໃນ​ການ​ຜະລິດ, ຍົກ​ສູງ​ປະສິດທິ​ຜົນ​ດ້ານ​ເສດຖະກິດ; ຍູ້​ແຮງ​ການ​ພັດທະນາ​ບັນດາ​ຂະ​ແໜງ​ຜະລິດ​ອຸດສາຫະກຳ​ທີ່​ມີ​ທ່າ​ແຮງ ​ແລະ ກະກຽມ​​ເງື່ອນ​ໄຂ​ເພື່ອ​ດຶງ​ດູດ​ການ​ລົງທຶນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເປັນ​ຢ່າງ​ດີ. ພ້ອມ​ກັບ​ການຮັບປະກັນ​ຊີວິດ​ສັງ​ຄົມ, ​ໂດຍ​ສະ​ເພາະ​ແມ່ນ​ເປົ້າ​ໝາຍ​ນະ​ໂຍບາຍ, ຊາວ​ຊົນ​ເຜົ່າ​​ເຂດ​ພູດ​ອຍທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ແກ້​ໄຂ​ຄວາ​ມຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ​ເພື່ອ​ສ້າງ​ວຽກ​ເຮັດ​ງານ​ທຳ, ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ​ແຂວງ​ບິ່ງ​ດິ້ງ ຕ້ອງ​ປະຕິບັດ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ຄົບ​ຊຸດ​ເພື່ອ​ຮັກ​ສາ​ສະຖຽນ​ລະ​ພາບ​ທາງ​ດ​້ານການ​ເມືອງ​ຄວາມ​ເປັນ​ລະ​ປຽບຮຽບຮ້ອຍ​ທາງສັງຄົມ, ​ເພີ່ມ​ທະວີ​ວຽກ​ງານ​ກໍ່ສ້າງ​ພັກ; ສືບ​ຕໍ່​ຜັນ​ຂະຫຍາຍ ​ແລະ ນຳ​ມະຕິ​ຂອງ​ພັກລົງ​ເລິກ​ໃນ​ຊີວິດ​ຕົວ​ຈິງ.

 

ຂ່າວ/ບົດ​ອື່ນ